ປາກະເດິດໜໍ້ / Three spot gourami
APA 6th ed. ປາກະເດິດໜໍ້ / Three spot gourami. (2020, November 3). Retrieved from https://www.phakhaolao.la/kb/0000923
MLA 8th ed. ປາກະເດິດໜໍ້ / Three spot gourami. Pha Khao Lao, 3 November 2020, https://www.phakhaolao.la/kb/0000923.
Chicago 17th ed. Pha Khao Lao. 2020. "ປາກະເດິດໜໍ້ / Three spot gourami." Published November 3, 2020. https://www.phakhaolao.la/kb/0000923.
Trichogaster trichopterus (Pallas, 1770)
Trichopus trichopterus (Pallas, 1770)
Trichopus sepat Bleeker, 1845 (ambiguous)
Stethochaetus biguttatus Gronow, 1854
Osphromenus siamensis Günther, 1861
Nemaphoerus maculosus Kuhl & van Hasselt, 1879 (ambiguous)
Osphromenus insulatus Seale, 1910
Cá sặc bướm
Sepat ronggeng
ត្រី កំភ្លាញស្រែ (Trey kam pheanh srai)
ປາກຂະໜາດນ້ອຍ ແລະ ຍຶດຫົດໄດ້ເລັກນ້ອຍເປິດອອກທາງດ້ານເທິງ, ຄາງກະໄຕເທິງຍາວບໍ່ເຖິງຂອບໜ້າຂອງຕາ, ຄີຫຼັງມີຕອນດຽວ, ສ່ວນໜ້າເປັນກ້ານຄີແຂງຈຳນວນ 8-9 ອັນ, ສ່ວນທ້າຍເປັນກ້ານຄີອ່ອນທີ່ມີປາຍແຫຼມ, ຄວາມຍາວຂອງກົກຄີຫຼັງສັ້ນກວ່າຖານຄີກົ້ນ, ຈຸດກຳເນິດຂອງຄີຫຼັງຢູ່ຫຼັງຈຸດກຳເນິດຂອງຄີກົົ້ນ, ຄີທ້ອງຂະໜາດນ້ອຍ, ກ້ານຄີທຳອິດຍື່ນອອກເປັນເສັ້ນຍາວຈົນກາຍປາຍຫາງ, ຄີກົ້ນມີກ້ານຄີແຂງ 9-12 ກ້ານ ແລະ ກ້ານຄີອ່ອນ 40-52 ອັນ. ຄີຫາງວໍ້າເລັກນ້ອຍ, ລໍາຕົວສ່ວນເທີງສີເທົາດໍາ, ສ່ວນລຸ່ມສີຂາວເຫຼື້ອມ, ມີຮອຍສີດໍາຂະໜາດນ້ອຍ, ພາດຕາມລວງຂວາງລຳຕົວໃນແນວສະຫຼຽງ, ເກັດຂະໜາດປາຍກາງ ເສັ້ນຂ້າງລຳຕົວສົມບູນ, ມີເກັດໃນແນວເສັ້ນຂ້າງລຳຕົວຈຳນວນ 40-52 ເກັດ, ມີຈຸດສີດຳຂະໜາດໃກ້ຄຽງກັບຕາຢູ່ກາງລຳຕົວ ແລະ ຢູ່ກົກຫາງ. ທ້ອງເປັນສີເຫຼືອງ, ຂະໜາດ ຍາວສຸດ ປະມານ 15 ຊັງຕິແມັດ.
ການນຳໃຊ້: ເປັນປາທີ່ມີລົດຊາດດີ, ລອງຈາກປາສະລິດ, ບໍ່ນິຍົມບໍລິໂພກສົດ, ແຕ່ນິຍົມນຳມາເຮັດເປັນປາສົ້ມ ຫຼື ແປຮູບເປັນປາແດກ, ຈັດເປັນປາແດກທີ່ມີຄຸນນະພາບສູງທີ່ສຸດ. ນອກຈາກນີ້ຍັງໄດ້ຖຶກປັບປຸງພັນຈົນກາຍເປັນສີຟ້າ ແລະ ຖຶກນຳໃຊ້ລ້ຽງເປັນປາສວຍງານ ແລະ ສົ່ງອອກ, ສາມາດເປັນດັດຊະນິດບົ່ງບອກສະພາບແວດລ້ອມໄດ້.
ພົບໄດ້ທັ້ງໃນແຫຼ່ງນ້ຳໄຫຼ ແລະ ແຫຼ່ງນ້ຳນິ່ງ ແຕ່ສ່ວນຫຼາຍພົບໃນແຫຼ່ງນ້ຳທີ່ເປັນນ້ຳນິ້ງ, ມີປ່າຫຍ້າ ຫຼື ຕ້ົນໄມ້ແຄມຝັ່ງ. ເປັນທີ່ມັກເຄື່ອນຍ້າຍຕາມລະດັບນ້ຳ ເພື່ອຊອກບ່ອນຫາກິນ ແລະ ວາງໄຂ່ຕາມລະດູການ.