ປາຂາວມົນ / Swamp barb

Use
Food
Income
Scientific Name / Family
Puntius brevis (Bleeker, 1850) / Cyprinidae
Synonyms
Puntius ocellatus Mai, 1978
Puntius leiacanthus (Bleeker, 1860)
Systomus leiacanthus Bleeker, 1860
Systomus brevis (Bleeker, 1850)
Barbus brevis (Bleeker, 1850)
Capoeta brevis Bleeker, 1850
Other Names
Cá rằm
ตะเพียนทราย ขาว
ត្រីអង្កត់ប្រាក់
ປາຂາວມົນ
ປາປາກໜອງ
Physical Description

ເປັນປາຂະໜາດປານກາງ, ທີ່ມີລຳຕົວປ້ອມ ແລະ ແປດ້ານຂ້າງເລັກນ້ອຍ. ສ່ວນຫົວມີຂະໜາດໃຫຍ່, ປາຍຈະງອຍປາກເປິດດ້ານໜ້າ, ມີໜວດຢູ່ຄາງກະໄຕດ້ານເທີງ 1 ຄູ່, ຂອບດ້ານຫຼັງຂອງກ້ານຄີແຂງ, ຂອບດ້ານເທີງລຽບ. ລຳຕົວດ້ານເທີງຈະມີສີເທົາປົນສີຟ້າຂາວ, ດ້ານລຸ່ມສີຂາວອົມເຫຼືອງອ່ອນ ຫຼື ສີເທົາ. ສ່ວນຄີກົ້ນຈະເປັນສີເຫຼືອງອົມສົ້ມ. ບໍລິເວນເຄີ່ງກາງຂອງຄີຫຼັງມີແຖບດຳຈາງໆ, ພາດຕາມລວງຍາວ, ມີຈຸດສີດຳກາງກົກຫາງ, ຂະໜາດທີ່ພົບສ່ວນຫຼາຍແມ່ນ 12 ຊັງຕິແມັດ.

Description of Use

ການນຳໃຊ້: ສາມາດນຳມາປະກອບອາຫານໄດ້ຫຼາຍແບບ, ນຳໄປແປຮູບໄດ້ຫຼາຍແບບເຊັ່ນ: ປາແດກ, ປາແຫ້ງ ແລະ ປາສົ້ມ. ສາມາດນຳມາລ້ຽງເປັນປາສວຍງາມ ແລະ ສາມາດໃຊ້ເປັນດັດຊະນີຊີ້ວັດສິ່ງແວດລ້ອມໄດ້.

Reproduction and Lifecycle

full

ພົບໃນແຫຼ່ງນ້ຳນີ້ງ ແລະ ນ້ຳໄຫຼ, ສ່ວນຫຼາຍຈະພົບໃນແຫຼ່ງນ້ຳນີ້້ງທີ່ສາມາດເຊື່ອມຕໍ່ກັບແມ່ນ້ຳໄດ້ໃນຊ່ວງນ້ຳຖ້ວມ ເປັນປາໃນກຸ່ມປາປາກທີທົນທານຕໍ່ການລົດລະດັບຂອງອົກຊີເຈັນທີ່ລະລາຍໃນນ້ຳໄດ້ດີ. ພວກມັນຈະເຄື່ອນຍ້າຍເພື່ອວາງໄຂ່ ແລະ ຫາກິນໃນເຂດນ້ຳຖ້ວມຂອງຊ່ວງລະດູຝົນ.

Contribute