ກັນຊາ / Marijuana

Use
Food
Fibre
Income
Medicine
Ornamental
Scientific Name / Family
Cannabis sativa var. indica (Lam.) Wehmer / Cannabaceae
Synonyms
Cannabis sativa subsp. indica (Lam.) E.Small & Cronquist
Cannabis sativa var. indica (Lam.) E. Small & Cronquist
Cannabis indica Lam.
Other Names
ຊື່ໄທ: ກັນຊາ
ຊື່ອັງກິດ: Cannabis, Marijuana, Marihuana, Dope, Gage, Grass, Hash, Hashish, Kuf, Mary jane, Pot, Sens, Sess, Skunk, Smoke, Reefer and Weed.
ຊື່ຈີນ: Khun chao
ຊື່ອິນເດຍ: Ganja an Kancha
Botanical Description

ຊາເປັນພືດລົ້ມລຸກອາຍຸປີດຽວ. ລຳຕົ້ນຕັ້ງຊື່, ສູງ 1.5 ມ, ຕົ້ນອ່ອນມີລັກສະນະອວບນ້ຳ ແລະ ເລີ່ມສ້າງເນື້ອໄມ້ເມື່ອອາຍຸໄດ້ 2-3 ອາທິດ, ເປືອກສາມາດລອກອອກໄດ້, ສີຂຽວ. ໃບດ່ຽວຈັບ ຮຽງສະຫຼັບ, ຮູບຝາມື ປາຍແຍກເປັນ 5-7 ແສກ, ກວ້າງ 7-13 ຊມ, ຍາວ 5-10 ຊມ, ຂອບໃບ ແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບ ດ້ານລຸ່ມສີຂຽວອ່ອນ, ເມື່ອລຳຕົ້ນອອກດອກໃບທີ່ປົ່ງໃໝ່ ຈະຄ່ອຍໆຫຼຸດຈຳນວນແສກໃບລົງ ເຫຼືອພຽງ 1-3 ແສກ ເທົ່ານັ້ນ. ກ້ານໃບກົມ, ຍາວ 2-7 ຊມ, ສີຂຽວ ແລະ ມີຫູໃບ. ດອກແຍກ ເພດໃນຕົ້ນດຽວກັນ ແລະ ດອກແຍກເພດ ຕ່າງຕົ້ນກັນ. ຊໍ່ດອກເພດຜູ້ເປັນຊໍ່ດອກແບບກະຈ່າງ. ດອກຍ່ອຍມີກີບດອກ 5 ກີບ, ແຍກກັນອິດສະຫຼະ, ຮູບໄຂ່, ຂອບລຽບ, ປາຍແຫຼມ, ສີຂຽວອົມເຫຼືອງ. ເກສອນເພດຜູ້ມີ 5 ອັນ. ຊໍ່ດອກແມ່ເກີດຕາງ່າມໃບ ແລະ ປາຍຍອດ, ຊໍ່ດອກຈະມີດອກຍ່ອຍອອກຕິດກັນຢ່າງໜາແໜ້ນ. ກີບດອກສີຂຽວຫໍ່ຫຸ້ມເຕົ້າໄຂ່ເອົາໄວ້, ມີຂົນສີຂາວກະຈາຍທົ່ວ ກີບດອກຢ່າງໜາແໜ້ນ, ພາຍໃນມີຍອດຮອງຮັບ 2 ອັນ, ສີນ້ຳຕານ ເຂັ້ັມອົມແດງ. ແກ່ນດ່ຽວ, ຮູບໄຂ່, ຂະໜາດ 3-4 ມມ, ຜິວລຽບເປັນມັນ, ສີນ້ຳຕານ, ແກ່ນແກ່ເປັນສີເທົາ.

Description of Use

ປະຊາຊົນທ້ອງຖິ່ນນິຍົມໃຊ້ໄບຊາ, ກິ່ງກ້ານ ແລະ ດອກແຫ້ງ ຫຼື ສົດມາສູບ ແລ້ວຍັງນິຍົມໃຊ້ ໃບຊາເຂົ້າໃນການປຸ່ງແຕ່ງລົດຊາດອາຫານ. ນອກຈາກນີ້ແລ້ວກັນຊາຍັງມີ ຄຸນປະໂຫຍດ ອີກຫຼາຍຢ່າງເຊັນ:

ເສັ້ນໄຍຈາກລຳຕົ້ນ: ເປັນເສັ້ັັັນໄຍທຳມະຊາດທີ່ມີຄວາມຍືດຍຸນສູງ, ແຂງແຮງ, ທົນທານສາມາດໃຊ້ເປັນວັດຖຸດິບ ໃນການຜະລິດພະລິດຕະພັນທີ່ເປັນເສັ້ນໄຍໄດ້ຫຼາຍ.

ເປັນຢາ: ຕົ້ນບຳລຸງປະສາດ, ເຮັດໃຫ້ປະຈຳເດືອນມາປົກກະຕິ. ຊໍ່ດອກເພດແມ່ບຳລຸງປະສາດ,  ແກ້ອາການເຈັບປະສາດ. ແກ່ນເປັນຢາຊູກຳລັງ, ຈະເລີນອາຫານ, ເຮັດໃຫ້ປະຈຳເດືອນມາປົກກະຕິ.

ມີຄຸນປະໂຫຍດທາງດ້ານການແພດຫຼາຍຢ່າງເຊັ່ນ: ສານສະກັດຈາກກັນຊາສາມາດຊ່ວຍຮັກສາພະຍາດປອກປະສາດແຂງ, ລົດອາການຄຽດ, ແກ້ອາການນອນບໍ່ຫຼັບ, ລົດອາການຊັກ, ເຮັດໃຫ້ຜູ້ປ່ວຍກຽວກັບຄວາມຈຳມີຄວາມຈຳດີຂຶ້ນ ແລະ ມີສານຂ້າຈຸລັງມະເຮັງ.

ເປັນສິນຄ້າ: ເສັ້ນໄຍສາມາດຜະລິດເປັນສິນຄ້າ ແລະ ລຳຕົ້ນກັນຊາຍັງສາມາດນຳມາຜະລິດ ເປັນກະດາດສັງເຄາະໄດ້ດີ, ສານສະກັດຈາກຕົ້ນຊາເປັນຢາ ແລະ ເປັນສິນຄ້າ.

Contribute