ກະຖິ່ນນະລົງ / Earleaf Acacia, Wattle

Use
Fibre
Income
Scientific Name / Family
Acacia auriculiformis Benth. / Fabaceae
Synonyms
Acacia auriculaeformis Benth.
Acacia moniliformis Griseb.
Racosperma auriculiforme (Benth.) Pedley
Other Names
ກະຖິ່ນເທດ
Botanical Description

ເປັນໄມ້ຢືນຕົ້ນ, ມີເນື້ອໄມ້ແຂງ, ສູງ 8-17 ມ, ເປືອກອ່ອນເປັນສີຂຽວ, ເປືອກແກ່ສີເທົາ ຫຼື ສີນ້ຳຕານ. ໃບດ່ຽວ ອອກແບບຮຽງສະຫຼັບ, ຮູບຮີ ຫຼື ຮູບກ່ຽວ, ກ້ວາງ 1,2-2,5, ຍາວ 10-16 ຊມ, ໂຄນໃບຮຽວແຫຼມ ຫຼື ຮູບຫຼິ່ມ, ຂອບລຽບ, ປາຍໃບຍາວເປັນຫາງ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ. ຊໍ່ດອກລວມແບບຫາງກະຮອກ ອອກຕາມຊອກໃບ, ຍາວ 4-10 ຊມ, ຊໍ່ດອກຍ່ອຍຈັບແບບກະຈຸກ, ໜຶ່ງຊໍ່ມີອອກຍ່ອຍປະມານ 50-100 ດອກ, ສີເຫຼືອງ. ດອກຍ່ອຍເປັນດອກສົມບູນເພດ, ກາບດອກຍາວ 0,5-1 ມມ, ຂອບຍັກ, ກີບດອກໂຄ້ງລົງຍາວ 1,5-2 ມມ. ເກສອນເພດຜູ້ມີກ້ານ ຊູຖົງລະອອງຍາວ 2,5-4 ມມ. ເຕົ້າໄຂ່ຮູບແຖບ, ຍາວ 6-7 ມມ, ມີໜຶ່ງຫ້ອງມີຫຼາຍເມັດໄຂ່, ເມັດໄຂ່ຈັບຂ້າງ, ມີກິ່ນຫອມ, ອອກດອກ 2 ເທື່ອຕໍ່ປີ. ໝາກເປັນຝັກມ້ວນເປັນວົງ, ແກ່ນມີ 5-12 ເມັດ, ຮູບຮີ, ຍາວ 4-6 ມມ.

Description of Use

ເປັນສິນຄ້າເນື່ອງຈາກ: ໄມ້ອາຍຸຕ່ຳກວ່າ 5 ປີຈະຖືກນຳໄປຜະລິດເນື້ອເຍື້ອກະດາດເພື່ອຂາຍເປັນສິນຄ້າ, ເນື້ອໄມ້ແກ່ສາມາດນຳມາເຮັດເຟີນິເຈີໄດ້.

ເປືອກ: ມີລົດຟາດສານແທນນິນຈຳນວນຫຼາຍຈຶ່ງຖືກໃຊ້ໃນອຸດສາຫະກຳຟອກໜັງ

ນອກນັ້ນເພີ່ນຍັງປູກເປັນຕົ້ນໄມ້ປະດັບຕາມໜ້າອາຫານບ້ານເຮືອນ.

Contribute