ຜັກແພວແດງ / Herbst's bloodleaf

Use
Food
Medicine
Ornamental
Scientific Name / Family
Iresine herbstii Hook. / Amaranthaceae
Synonyms
Iresine diffusa f. herbstii (Hook.) Pedersen
Achyranthes herbstii (Hook.) Hovey
Other Names
ຜັກແພວສ່ວນ
ຜັກອີແປະ
ລະອອງໃບດ່າງ
Conservation Status
Least Concern
Botanical Description

ຜັກແພວແດງເປັນພືດລົ້ມລຸກສູງປະມານ 50 ຊມ. ລຳຕົ້ນມີຂໍ້, ສີແດງ. ໃບດ່ຽວ, ຈັບແບບສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບໄຂ່ ຫຼື ຮູບໄຂ່ປີ້ນ ແລະ ຮູບຮີ, ກ້ວາງ 2-4 ຊມ, ຍາວ 3-6 ຊມ, ປາຍໃບວ້ຳມົນ, ສີແດງ ແລະ ມີແຖບຂວາງສີຂາສົມພູ. ຊໍ່ອອກແບບກະຈະ, ອອກຕາມປາຍກິ່ງ ແລະ ປາຍງ່າ. ດອກຍ່ອຍມີທັງດອກສົມບູນເພດ ແລະ ດອກແຍກເພດໃນຊໍ່ດອກອຽວກັນ,​ ສີແດງ. ໝາກທີ່ແກ່ແຫ້ງແລ້ວບໍ່ແຕກ. 

Description of Use

ຍອດອ່ອນ: ນອກຈາກນຳມາແຕ່ງກິນເປັນອາຫານແລ້ວຍັງເປັນຢາຊ່ວຍແກ້ອາການປວດທ້ອງ, ອາການທ້ອງອືດທ້ອງເຟີ້, ຈຸກສຽບ, ແກ້ຫາຍໃຈຟືດ, ແກ້ໄອ ແລະ ປະຈຳເດືອນມາບໍ່ປົກກະຕິ.

ຮາກ: ນຳມາຕົ້ມເປັນຢາເຢັນຮັກສາລິດຊີດວງ ແລະ ແກ້ອາການເປັນພິດ, ແກ້ອາການເຈັບເສັ້ນ, ເຈັບກະເພາະ ແລະ ແກ້ອາການ ປວດເມື່ອຍ ຕາມຂໍ້ກະດູກ ນອກຈາກນີ້ແລ້ວຍັງນິຍົມປູກເປັນພືດປະດັບຕາມໜ້າບ້ານ ແລະ ສ່ວນສາທາລະນະຕ່າງໆ.

Contribute