ຜັກແພວແດງ / Herbst's bloodleaf
APA 6th ed. ຜັກແພວແດງ / Herbst's bloodleaf. (2020, October 23). Retrieved from https://www.phakhaolao.la/kb/0000905
MLA 8th ed. ຜັກແພວແດງ / Herbst's bloodleaf. Pha Khao Lao, 23 October 2020, https://www.phakhaolao.la/kb/0000905.
Chicago 17th ed. Pha Khao Lao. 2020. "ຜັກແພວແດງ / Herbst's bloodleaf." Published October 23, 2020. https://www.phakhaolao.la/kb/0000905.
Achyranthes herbstii (Hook.) Hovey
ຜັກອີແປະ
ລະອອງໃບດ່າງ
ຜັກແພວແດງເປັນພືດລົ້ມລຸກສູງປະມານ 50 ຊມ. ລຳຕົ້ນມີຂໍ້, ສີແດງ. ໃບດ່ຽວ, ຈັບແບບສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບໄຂ່ ຫຼື ຮູບໄຂ່ປີ້ນ ແລະ ຮູບຮີ, ກ້ວາງ 2-4 ຊມ, ຍາວ 3-6 ຊມ, ປາຍໃບວ້ຳມົນ, ສີແດງ ແລະ ມີແຖບຂວາງສີຂາສົມພູ. ຊໍ່ອອກແບບກະຈະ, ອອກຕາມປາຍກິ່ງ ແລະ ປາຍງ່າ. ດອກຍ່ອຍມີທັງດອກສົມບູນເພດ ແລະ ດອກແຍກເພດໃນຊໍ່ດອກອຽວກັນ, ສີແດງ. ໝາກທີ່ແກ່ແຫ້ງແລ້ວບໍ່ແຕກ.
ຍອດອ່ອນ: ນອກຈາກນຳມາແຕ່ງກິນເປັນອາຫານແລ້ວຍັງເປັນຢາຊ່ວຍແກ້ອາການປວດທ້ອງ, ອາການທ້ອງອືດທ້ອງເຟີ້, ຈຸກສຽບ, ແກ້ຫາຍໃຈຟືດ, ແກ້ໄອ ແລະ ປະຈຳເດືອນມາບໍ່ປົກກະຕິ.
ຮາກ: ນຳມາຕົ້ມເປັນຢາເຢັນຮັກສາລິດຊີດວງ ແລະ ແກ້ອາການເປັນພິດ, ແກ້ອາການເຈັບເສັ້ນ, ເຈັບກະເພາະ ແລະ ແກ້ອາການ ປວດເມື່ອຍ ຕາມຂໍ້ກະດູກ ນອກຈາກນີ້ແລ້ວຍັງນິຍົມປູກເປັນພືດປະດັບຕາມໜ້າບ້ານ ແລະ ສ່ວນສາທາລະນະຕ່າງໆ.