ຜັກກູດກີບກວາງ / Shell Fern
APA 6th ed. ຜັກກູດກີບກວາງ / Shell Fern. (2020, October 12). Retrieved from https://www.phakhaolao.la/kb/0000903
MLA 8th ed. ຜັກກູດກີບກວາງ / Shell Fern. Pha Khao Lao, 12 October 2020, https://www.phakhaolao.la/kb/0000903.
Chicago 17th ed. Pha Khao Lao. 2020. "ຜັກກູດກີບກວາງ / Shell Fern." Published October 12, 2020. https://www.phakhaolao.la/kb/0000903.
Lomaria pycnophylla Kunze
Stenochlaena pycnophylla (Kunze) C.Presl
Plagiogyria coerulescens Ching
Plagiogyria communis Ching
Plagiogyria decrescens Ching
Plagiogyria gigantea Ching
Plagiogyria glauca var. virescens C.Chr.
Plagiogyria lanuginosa Ching
Plagiogyria lineata Ching
Plagiogyria scandens Mett.
Plagiogyria simulans Ching
Plagiogyria taliensis Ching
Plagiogyria tetraptera W.M.Chu & J.J.He
Plagiogyria virescens (C.Chr.) Ching
Plagiogyria wilhelmensis Nakaike
ຜັກກູດສ້ອຍຕົ້ນ
Chinese: 密叶瘤足蕨 mi ye liu zu jue
ຜັກກູດກີບກວາງເປັນຜັກກູດທີ່ເກີດຕາມດິນ. ລຳຕົ້ນເປັນລຳເຫງົ້າ, ສີນ້ຳຕານ, ທຸກພາກສ່ວນກ້ຽງ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ຮຽງແບບສະຫຼັບ. ໃບຍ່ອຍອອກແບບຮຽງສະຫຼັບແຜ່ນພຽງດຽວກັນ, ຮູບຫອກ, ຍາວ 15 ̶ 16 ຊມ, ກວ້າງ 1.5 ̶ 3 ຊມ, ໂຄນໃບຕັດ ຫຼື ມົນ, ຂອບໃບແສກແຂ້ວເລືອຍ, ປາຍໃບຍາວເປັນຫາງ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວປົນສີນ້ຳຕານ, ດ້ານລຸ່ມສີຂຽວອ່ອນ, ຜິວກ້ຽງທັງສອງດ້ານ, ໃບທີ່ເຕີບໂຕເຕັມທີບໍ່ສາມາດສ້າງສະປໍໄດ້ແຕ່ສ້າງຈາກໃບທີ່ປ່ຽນແປງຮູບຮ່າງໃໝ່. ກ້ານໃບຮູບສາມຫຼ່ຽມ, ເມື່ອຕັດຕາມທາງຂວາງເປັນຮູບສາມຫຼ່ຽມ, ຍາວ 20 ̶ 22 ຊມ, ສີນ້ຳຕານປົນສີຂຽວ. ກຸ່ມຖົງສະປໍຈັບເປັນກຸ່ມກະຈາຍຢູ່ທົ່ວຜິວໃບຢ່າງໜາແໜ້ນ, ຮູບແຖບ, ສີນ້ຳຕານ. ຖົງສະປໍຈັບແບບກະຈຸກກົມ, ຮູບສາມຫຼ່ຽມ, ຍາວ 0.3 ̶ 0.6 ຊມ, ກວ້າງ 0.3 ̶ 0.4 ຊມ, ສີດຳ. ເມັດສະປໍຮູບໄຂ່, ຍາວ 0.3 ̶ 0.4 ມມ, ກວ້າງ 0.2 ̶ 0.3 ມມ, ສີເຫຼືອງ.
ເປັນພືດທີ່ມີຄວາມສວຍງາມ, ຄົນສ່ວນຫຼາຍນິຍົມນຳມາປະດັບຕາມໜ້າບ້ານ, ຜັກກູດຍັງມີຄຸນປະໂຫຍດຫຼາຍເຊັ່ນໃຊ້ເປັນຢາເຢັນໂດຍນຳເອົາຢາງມາໃສ່ແພເພື່ອຂ້າເຊື້ອ. ນອກນີ້ແລ້ວຢອດອ່ອນຂອງມັນຍັງສາມາດນຳມາປຸ່ງແຕ່ງອາຫານໄດ້