ກະຊາຍແດງຈຳປາສັກ / Champasak's Fingerroot Ginger
APA 6th ed. ກະຊາຍແດງຈຳປາສັກ / Champasak's Fingerroot Ginger. (2020, August 21). Retrieved from https://www.phakhaolao.la/kb/0000895
MLA 8th ed. ກະຊາຍແດງຈຳປາສັກ / Champasak's Fingerroot Ginger. Pha Khao Lao, 21 August 2020, https://www.phakhaolao.la/kb/0000895.
Chicago 17th ed. Pha Khao Lao. 2020. "ກະຊາຍແດງຈຳປາສັກ / Champasak's Fingerroot Ginger." Published August 21, 2020. https://www.phakhaolao.la/kb/0000895.
ເປັນພືດທີ່ມີເຫງົ້າໃຕ້ດິນ, ສູງ 1.5 ແມັດ. ເຫງົ້າໜ້ອຍ, ກົມຍາວ 1-2 ຊັງຕິແມັດ, ດ້ານນອກສີເຫຼືອງ, ດ້ານໃນສີມ່ວງອ່ອນໆ. ລຳຕົ້ນຍາວ 30 ຊັງຕິແມັດ. ໃບ 4-7, ກ້ານໃບຍາວ 30 ຊັງຕິແມັດ, ກ້ຽງ; ລີ້ນໃບແຍກເປັນສອງແສກ; ແຜ່ນໃບ ຮູບຮີ, ຍາວ 50 ຊັງຕິແມັດ, ກ້ຽງ ຫຼື ມີຂົນເລັກນ້ອຍຕາມເສັ້ນກ່າງໃບ. ຊໍ່ດອກເກີດຈາກເຫງົ້າ ມີ 3-10 ຊໍ່. ກ້ານຊໍ່ດອກຍາວ 5 ຊັງຕິແມັດ, ສີຂາວ ຫຼື ສີບົວ, ກ້ຽງ. ໃບປະດັບຮູບເຮືອ, ສີຂາວ, ກ້ຽງ, ປາຍແຍກເປນສອງແສກ. ດອກ 5-7 ຕໍ່ຊໍ່, ດອກຍາວ 17 ຊັງຕິແມັດ. ກາບດອກເປັນຫຼອດ, ສີຂາວ, ປາຍແຍກເປັນ 3 ແສກນ້ອຍ. ຫຼອດດອກ 10-12 ຊັງຕິແມັດ, ປາຍແຍກເປັນ 3 ແສກ: ແສກເທີງຮູບຂອບຂະໜານ, ປາຍແຫຼມ; ແສກຂ້າງຮູບແຖບ, ກ້ຽງ. ກີບຄູ່ຂ້າງຮູບໄຂ່ກັບ. ກີບປາກເປັນຖົງຮຽວຍາວ, ສີຂາວບໍລິເວນຂອບ, ເຄີ່ງກາງເປັນສີແດງ, ບໍລິເວນສ່ວນປາຍເປັນສີບົວ. ເກສອນສີຂາວ, ຍາວປະມານ 1 ຊັງຕິແມັດ. ໝາກເປັນທ່ອນກົມຮຽວຍາວ. ແກ່ນກົມ, ສີເຫຼືອງອ່ອນປົນສີນ້ຳຕານ.
ເປັນພືດທີ່ນຳໃຊ້ເປັນຢາ ແລະ ພືດປະດັບ, ຫົວສາມາດໃຫ້ເປັນເຄື່ອງເທດປຸ່ງແຕ່ງອາຫານ ໂດຍສະເພາະແມ່ນອາຫານພື້ນບ້ານເຊັ່ນ: ແກງໄກ່, ອົບຕ່າງໆ.