ກະຊາຍບົວ / Pink Fingerroot Ginger
APA 6th ed. ກະຊາຍບົວ / Pink Fingerroot Ginger. (2020, August 21). Retrieved from https://www.phakhaolao.la/kb/0000894
MLA 8th ed. ກະຊາຍບົວ / Pink Fingerroot Ginger. Pha Khao Lao, 21 August 2020, https://www.phakhaolao.la/kb/0000894.
Chicago 17th ed. Pha Khao Lao. 2020. "ກະຊາຍບົວ / Pink Fingerroot Ginger." Published August 21, 2020. https://www.phakhaolao.la/kb/0000894.
Caulokaempferia burttii K.Larsen & Jenjitt.
Caulokaempferia laotica Picheans. & Mokkamul
ເປັນພືດທີ່ມີເຫງົ້າໃຕ້ດິນ. ຫົວມົນ, ຮາກສະສົມອາຫານຮູບກະສ້ວຍຮຽວຍາວ. ລຳຕົ້ນສູງ, 68 ຊັງຕິແມັດ, ຕັ້ງຊື່. ລີ້ນໃບເປັນແຜ່ນບາງ, ຍາວ 2-4 ມີນລີແມັດ, ປາຍມົນ ຫຼື ແຍກເປັນແສກ, ມີຂົນ. ໃບ 4-7, ແຜ່ນໃບຮູບຫອກ ຫຼື ຮູບຂອບຂະໜານ, ຂະໜາດ 10-15 x 1-2 ຊັງຕິແມັດ. ໃບປະດັບຮູບຮີ-ຂອບຂະໜານ, ປາຍເປັນແຂ້ວນ້ອຍໆບໍ່ສະເໜີກັນ. ດອກສີບົວ ຫຼື ສີຂາວ. ກາບດອກເປັນຫຼອດ, ກ້ຽງ, ປາຍແຍກປັນແສກ, ມີຂົນ. ຫຼອດດອກຍາວ 4 ຊັງຕິແມັດ, ສີຂາວ, ປາຍແຍກເປັນສາມແສກ, ແສກເທີງສີຂຽວ ຫຼື ສີບົວ, ປາຍແຫຼມ; ແສກຂ້າງປາຍມົນ. ກີບຄູ່ຂ້າງຮູບໄຂ່ກັບ, ສີບົວ ຫຼື ສີຂາວ. ກີບປາກສີບົວ, ຮູບໄຂ່ກັບ, ປາຍວ້ຳເລັກນ້ອຍ. ເກສອນສີຂາວ, ຫູເປັນຮູບລີ້ນ, ສີຂາວ, ປາຍຮູບຕັດ. ເຕົ້າໄຂ່ກ້ຽງ ແຍກເປັນສາມຫ້ອງ, ຮວງຮອງຮັບມີຂົນ. ໝາກຮູບຂອບຂະໜານ, ກ້ຽງ, ສີຂາວ ຫຼື ຂຽວອ່ອນ, ເມື່ອແກ່ແລ້ວແຕກ. ແກ່ນຮູບຂອບຂະໜານ, ສີນ້ຳຕານ.
ເປັນພືດທີ່ມີສະມັດຕະພາບໃນການພັດທະນາເປັນດອກໄມ້ປະດັບ, ເພາະພືດຊະນີດໄດ້ມີການຕີພີມໂດຍໃຊ້ຕົວຢ່າງຈາກການສົ່ງຂາຍໂດຍປະຊາຊົນທ້ອງຖີ່ນ ຂາຍໄປຍັງປະເທດໄທ ແລະ ສົ່ງເຖິງບາງກອກ. ປະຈຸບັນກໍ່ຍັງມີການເກັບກູ້ຂາຍ ເພື່ອເປັນພືດປະດັບ ໂດຍສະເພາະແມ່ນສົ່ງອອກໄທ, ເຮັດໃຫ້ພືດຊະນິດນອນຢູ່ໃນພືດທີ່ມີຄວາມສ່ຽງໃກ້ຈະສູນພັນໃນ ສປປ ລາວ. ດອກສາມາດນຳໃຊ້ເປັນອາຫານໄດ້.