ເອື້ອງກະເປົາຂົນນົກ / Hirsute Paphiopedilum

Use
Income
Ornamental
Scientific Name / Family
Paphiopedilum villosum (Lindl.) Stein / Orchidaceae
Synonyms
Cordula villosa (Lindl.) Rolfe
Cypripedium villosum Lindl.
Other Names
Chinese: Zi Mao Dou Lan
Thai: Rongthao nari inthanon, Ueang khai kai, Ueang khang kop, Ueang maeng phu, Ueang inthanon
Conservation Status
Vulnerable
Botanical Description

 ເປັນພືດທີ່ເກີດຕາມຜາຫີນ. ໃບເກີດເປັນຈຸ້ມ 4-7 ໃບຕໍ່ຕົ້ນ, ແຜ່ນໃບຮູບຂອບຂະໜານ, ຂະໜາດ 20-40 x 2-4 ຊັງຕິແມັດ, ເນື້ອໃບໜາ, ສີຂຽວເຂັ້ມ, ປາຍຮູບຕັດ, ວ້ຳຕື່ນ, ມີຕີ່ງແຫຼມ. ຊໍ່ດອກຕັ້ງຊື່ ຫຼື ເນັ່ງເລັກນ້ອຍ, ມີພຽງດອກດ່ຽວ, ກ້ານດອກສີຂຽວປົນສີມ່ວງ, ມີຂົນສີຂາວ. ໃບປະດັບສີຂຽວຮູບຮີ, ດ້ານນອກມີຂົນ ແລະ ມີຈຸດສີມ່ວງ.  ກ້ານດອກ ແລະ ເຕົ້າໄຂ່ສີມ່ວງ, ມີຂົນສີຂາວ. ດອກມີຂະໜາດ 8-13 ຊັງຕິແມັດ. ກາບດອກເທີງສີຂຽວອ່ອນ ຫຼື ສີເຫຼືອງອ່ອນ, ສີຂາວ, ເຄີ່ງກາງມີເສັ້ນສີດຳ. ກາບດອກລຸ່ມສີຂຽວອ່ອນ ຫຼື ສີເຫຼືອງອ່ອນປົນສີຂາວ. ກີບດອກສີຂຽວອ່ອນປົນສີເຫຼືອງ, ບໍລິເວນເຄີ່ງກາງເປັນສີນໍ້າຕານເຂັ້ມເປັນເສັ້ນ. ກີບປາກເປັນຖົງ ສີຂຽວອ່ອນປົນສີເຫຼືອງ, ມີເສັ້ນສີນ້ຳຕານ. ເກສອນຜູ້ເປັນໜັນ ຮູບຫົວໃຈ, ມີຂົນ.

ນິເວດວິທະຍາ: ເປັນພືດທີ່ເກີດຕາມຕົ້ນໄມ້ ແລະ ແອ່ງຫີນຕາມພູຫີນປູນ.  ມັກເກີດບ່ອນມີແສງແດດສ່ອງເຖິງ ຫຼື ແດດເຕັມ. ພົບຢູ່ໃນລະດັບຄວາມສູງຈາກໜ້ານ້ຳທະເລ 1000-2000 ແມັດ.

ສະຖານະພາບ: ເປັນພືດທີ່ມີແນວໂນ້ມໃກ້ຈະສູນພັນ ເພາະມີການເກັບກູ້ເປັນພືດປະດັບ ຫຼື ສົ່ງຂາຍອອກຕ່າງປະເທດແບບຜິດລະບຽບ. ເປັນພືດທີ່ຫ່ວງຫ້າມ ແລະ ຄຸ້ມຄ້ອງຂອງ ສປປ ລາວ.

 

Cites

IUCN

 

Contribute