ເອື້ອງກະເປົາສ້ອຍມະນີ / Parish's Paphiopedilum
APA 6th ed. ເອື້ອງກະເປົາສ້ອຍມະນີ / Parish's Paphiopedilum. (2020, August 17). Retrieved from https://www.phakhaolao.la/kb/0000889
MLA 8th ed. ເອື້ອງກະເປົາສ້ອຍມະນີ / Parish's Paphiopedilum. Pha Khao Lao, 17 August 2020, https://www.phakhaolao.la/kb/0000889.
Chicago 17th ed. Pha Khao Lao. 2020. "ເອື້ອງກະເປົາສ້ອຍມະນີ / Parish's Paphiopedilum." Published August 17, 2020. https://www.phakhaolao.la/kb/0000889.
Cypripedium parishii Rchb.f.
Selenipedium parishii (Rchb.f.) Jolibois
ເປັນດອກເຜິ້ງອີງອາໄສ ແລະ ເກີດຕາມຜາຫີນ. ໃບ 5-8, ແຜ່ນໃບຮູບຂອບຂະໜານ, ຂະໜາດ 46 x 3-7 ຊັງຕິແມັດ, ກ້ຽງ, ສີຂຽວ. ຊໍ່ດອກຕັ້ງຊື່ ຫຼື ເນັ່ງເລັກນ້ອຍ, ຍາວ 20-60 ຊັງຕິແມັດ, ມີ 2-7 ດອກຕໍ່ຊໍ່. ກ້ານຊໍ່ດອກຍາວ 20 ຊັງຕິແມັດ, ມີຂົນ.ໃບປະດັບຮູບຮີກວ້າງ, ຂະໜາດ 3-4 x 2-3 ຊັງຕິແມັດ, ຂອບເປັນຄື້ນ. ດອກຂະໜາດ 9-10 ຊັງຕິແມັດ. ກາບດອກສີຂຽວ, ເສັ້ນເຂັ້ມ. ກີບດອກສີຂຽວ, ມີຈຸດສີດຳ. ກີບປາກເປັນຖົງ, ສີເຫຼືອງອ່ອນປົນສີຂຽວ. ກາບດອກລຸ່ມຮູບໄຂ່, ສັນດ້ານນອກ. ເກສອນຜູ້ເປັນໜັັນຮູບຫົວໃຈກັບ, ສີຂຽວອ່ອນ ມີເສັ້ນເຂັ້ມ.
ນິເວດວິທະຍາ: ເປັນດອກເຜີ້ງທີ່ພົບຕາມປ່າດົງທີ່ອຸດົມສົມບູນ, ຈາມເຈີຍພູ ຫຼື ຜາຫີນປູນ, ພົບໃນລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 1000-2200 ແມັດ.
ສະຖານະພາບ: ເປັນພືດທີ່ມີຄວາມສ່ຽງສູງຕໍ່ການສູນພັນຈາກທຳມະຊາດ ເພາະມີການເກັບກູ້ເພື່ອຂາຍເປັນພືດປະດັບ ແລະ ແຫຼ່ງທີ່ຢູ່ອາໄສຖືກທຳລາຍ. ເຮັດໃຫ້ປະຊາກອນໃນທຳມະຊາດເຫຼືອພຽງເລັກນ້ອຍ ແລະ ຂະຫຍາຍຕົວຊ້າ.