ເອື້ອງກະເປົາຝາແຕ້ມ / Gratix's Paphiopedilum
APA 6th ed. ເອື້ອງກະເປົາຝາແຕ້ມ / Gratix's Paphiopedilum. (2020, August 17). Retrieved from https://www.phakhaolao.la/kb/0000887
MLA 8th ed. ເອື້ອງກະເປົາຝາແຕ້ມ / Gratix's Paphiopedilum. Pha Khao Lao, 17 August 2020, https://www.phakhaolao.la/kb/0000887.
Chicago 17th ed. Pha Khao Lao. 2020. "ເອື້ອງກະເປົາຝາແຕ້ມ / Gratix's Paphiopedilum." Published August 17, 2020. https://www.phakhaolao.la/kb/0000887.
Cypripedium gratrixianum B.S.Williams
Cypripedium gratrixianum Mast. [Illegitimate]
Paphiopedilum affine De Wild.
Paphiopedilum gratrixianum var. cangyuanense Z.J.Liu & L.J.Chen
Paphiopedilum gratrixianum var. daoense Aver.
Paphiopedilum villosum var. affine (De Wild.) Braem
Paphiopedilum villosum f. affine (De Wild.) O.Gruss & Roellke
Paphiopedilum villosum var. gratrixianum (Rolfe) Braem
ເປັນດອກເຜິ້ງທີ່ເກີດຢູ່ຜາຫີນ ຫຼື ດີນ. ໃບ 4-8, ແຜ່ນໃບຮູບໃບຫອກກັບຫຼື ຮູບຂອບຂະໜານ, 28-40 x 2-4 ຊັງຕິແມັດ, ບໍລິເວັນມີຈຸດສີມ່ວງ, ປາຍແຍກເປັນແສກວ້ຳ, ມີຕີ່ງເຄີ່ງກາງ. ຊໍ່ດອກຕັ້ງຊື່ ຫຼື ເນັ່ງເລັກນ້ອຍ, ເກີດຢູ່ປາຍຍອດ, ມີພຽງດອກ. ກ້ານຊໍ່ດອກຍາວ 10-30 ຊັງຕິແມັດ, ສີຂຽວປົນສີມ່ວງ, ມີຂົນ. ໃບປະດັບຮູບຮີ-ຮູບໄຂ່, ສີຂຽວ. ກ້ານດອກ ແລະ ເຕົ້າໄຂ່ສີມ່ວງ, ມີຂົນ. ດອກ 7-8 ຊັງຕິແມັດ. ກາບດອກເທີງສີຂາວ, ສີຂຽວອ່ອນ ຫຼື ສີນ້ຳຕານປົນສີຂຽວບໍລິເວນກົກ ແລະ ມີຈຸດສີມ່ວງ. ກາບດອກລຸ່ມສີຂາວ, ມີຈຸດສີມ່ວງສອງແຖວບໍລິເວນເຄີ່ງກາງ. ກີບດອກສີເຫຼືອງປົນສີນ້ຳຕານ. ກີບປາກເປັນຖົງ, ສີເຫຼືອງປົນສີນ້ຳຕານ. ເກສອນຜູ້ເປັນໜັນ ສີເຫຼືອງອ່ອນ.
ນິເວດວີທະຍາ: ເປັນທີ່ເກີດຕາມຜາຫີນ, ພົບຢູ່ໃນລະດັບສູງຈາກລະດັບໜ້ານ້ຳທະເລ 1500-2000 ແມັດ. ອອກດອກແຕ່ເດືອນສີງຫາ ເຖິງ ທັນວາ.
ສະຖານະພາບ: ເປັນພືດທີ່ມີຄວາມສ່ຽງສູງຕໍ່ການສູນພັນໃນທຳມະຊາດ, ເນື່ອງຈາກມີການເກັບກູ້ ແລະ ແຫຼ່ງທຳມະຊາດແຫຼ່ງທີ່ຢູ່ອາໄສຂອງພວກມັນໄດ້ຖືກທຳລາຍ.