ເອື້ອງກະເປົາມາລາ / Double Flowered Paphiopedilum
APA 6th ed. ເອື້ອງກະເປົາມາລາ / Double Flowered Paphiopedilum. (2020, August 24). Retrieved from https://www.phakhaolao.la/kb/0000885
MLA 8th ed. ເອື້ອງກະເປົາມາລາ / Double Flowered Paphiopedilum. Pha Khao Lao, 24 August 2020, https://www.phakhaolao.la/kb/0000885.
Chicago 17th ed. Pha Khao Lao. 2020. "ເອື້ອງກະເປົາມາລາ / Double Flowered Paphiopedilum." Published August 24, 2020. https://www.phakhaolao.la/kb/0000885.
Paphiopedilum parishii var. dianthum (Tang & F.T.Wang) K.Karas. & K.Saito
ເປັນດອກເຜີ້ງທີ່ເກີດຕາມຜາຫີນ. ໃບ 4-6, ແຜ່ນໃບຮູບຂອບຂະໜານ, ຂະໜາດ 15-30 x 2-5 ຊັງຕິແມັດ, ປາຍສະລຽງ, ແຍກເປັນແສກ, ເນື້ອໃບໜາ, ດ້ານລຸ່ມສີຂຽວອ່ອນ, ດ້ານເທີງສີຂຽວເຂັ້ມ. ຊໍ່ດອກເນັ່ງ ຫຼື ຕັ້ງຊື່, 30-80 ຊັງຕິແມັດ. ກ້ານຊໍ່ດອກສີຂຽວ, ກ້ຽງ ຫຼື ມີຂົນເລັກນ້ອຍ, ມີດອກ 2-5 ດອກຕໍ່ຊໍ່. ໃບປະດັບສີຂຽວອ່ອນ ຫຼື ສີເຫຼືອງ, ກ້ຽງ. ກ້ານດອກ ແລະ ເຕົ້າໄຂ່ສີຂຽວສົດ, ກ້ຽງ. ດອກຂະໜາດ 7-10 ຊັງຕິແມັດ. ກາບດອກເທີງສີຂາວ, ມີເສັ້ນສີຂຽວ. ກາບດອກລຸ່ມ ສີຂຽວອ່ອນປົນສີເຫຼືອງ ຫຼື ສີຂາວປົນສີເຫຼືອງ ມີເສັ້ນສີຂຽວ. ເກສອນຜູ້ເປັນໜັນສີຂາວກັບສີຂຽວເຂັ້ມເຄີ່ງກາງ. ກີບປາກສີນໍ້າຕານປົນສີເຫຼືອງອ່ອນ ກັບເສັ້ນສີເຂັ້ມ. ກີບດອກເປັນຮູບຮຽວຍາວ, ມີຂົນ.
ນິເວດວິທະຍາ: ເກີດຕາມເຈີຍພູທີ່ເປັນຜາຫີນໃນປ່າດົງດິບໃນລະດັບຄວາມສູງ 700-2000 ແມັດ. ອອກດອກແຕ່ເດືອນກໍລະກົດເຖິງຕຸລາ.
ສະຖານະພາບ: ເປັນພືດທີ່ຫາຍາກ ແລະ ໃກ້ສູນພັນເພາະມີການເກັບກູ້ເພື່ອຂາຍເປັນພືດປະດັບຈຳນວນຫຼາຍ ເຮັດໃຫ້ປະຊາກອນໃນທຳມະຊາດຫຼຸດລົງຢ່າງເຫັນໄດ້ຊັດເຈັນ.