ເອື້ອງກະເປົາສຸລິວົງ / Sulivong's Paphiopedilum
APA 6th ed. ເອື້ອງກະເປົາສຸລິວົງ / Sulivong's Paphiopedilum. (2020, August 17). Retrieved from https://www.phakhaolao.la/kb/0000882
MLA 8th ed. ເອື້ອງກະເປົາສຸລິວົງ / Sulivong's Paphiopedilum. Pha Khao Lao, 17 August 2020, https://www.phakhaolao.la/kb/0000882.
Chicago 17th ed. Pha Khao Lao. 2020. "ເອື້ອງກະເປົາສຸລິວົງ / Sulivong's Paphiopedilum." Published August 17, 2020. https://www.phakhaolao.la/kb/0000882.
ເກີດຕາມຜາຫີນ, ເປັນເຫງົ້າເກີດຈຸ້ມກັນ. ຮາກຍາວ 35 ຊັງຕິແມັດ, ໜາ 3-5 ມີນລິແມັດ, ມີຂົນໜາແໜ້ນ. ລຳຕົ້ນສັ້ນ, ມີໃບ 4-6, ແຜ່ນໃບຮູບແຄບ, ຂະໜາດ 12-19 x 2-3 ຊັງຕິແມັດ, ກ້ຽງ, ປາຍແຍກເປັນສອງແສກນ້ອຍໆ, ມີຕີ່ງນ້ອຍຍາວ 3 ມີນລີແມັດ. ຊໍ່ດອກຕັ້ງຊື່, ມີ 1-2 ດອກຕໍ່ຊໍ່. ກ້ານດອກຍາວ 10-12 ຊັງຕິແມັດ, ມີຂົນໜາແໜ້ນ. ໃບປະດັບມີຂົນບໍລິເວນໂຄນ. ເຕົ້າໄຂ່ ເປັນສາມຫຼ່ຽມ, ມີຂົນອ່ອນນຸ້ມ. ກາບດອກດ້ານເທີງຮູບຮີ, ດ້ານນອກມີສັນ, ມີຂົນອ່ອນນຸ້ມ. ກາບດ້ານລຸ່ມຮູບໄຂ່, ມີຂົນດ້ານນອກ. ກີບດອກຂ້າງຮູບແຄບ-ຮູບໄຂ່ກັບ, ປາຍມີສາມແສກນ້ອຍ, ຂອບເປັນຄື້ນ. ກີບປາກເປັນຖົງ. ເສົ້າຍາວ 6 ຊັງຕິແມັດ, ມີຂົນ. ຮວງຮັບເປັນຮູບວົງມົນ, ກວ້າງ 7 ມີນລິແມັດ.
ນິເວດວິທະຍາ: ເປັນພືດທີ່ພົບຕາມຜາຫີນປົກຄຸ້ມດ້ວຍປ່າປະສົມ, ລະດູອອກດອກແມ່ນຢູ່ໃນລະຫວ່າງເດືອນກັນຍາເຖິງຕຸລາ.
ສະຖານະພາບ: ເປັນພືດທີ່ມີຄວາມສ່ຽງຕໍ່ການສູນພັນເພາະມີການເກັບກູ້ເພື່ອຂາຍເປັນພືດປະດັບແບບຜິດກົດລະບຽບ.