ໝາກມາດ / Winged Prickly Ash
APA 6th ed. ໝາກມາດ / Winged Prickly Ash. (2020, June 25). Retrieved from https://www.phakhaolao.la/kb/0000867
MLA 8th ed. ໝາກມາດ / Winged Prickly Ash. Pha Khao Lao, 25 June 2020, https://www.phakhaolao.la/kb/0000867.
Chicago 17th ed. Pha Khao Lao. 2020. "ໝາກມາດ / Winged Prickly Ash." Published June 25, 2020. https://www.phakhaolao.la/kb/0000867.
Zanthoxylum alatum Roxb.
Zanthoxylum alatum Hemsl.
Zanthoxylum alatum var. planispinum (Siebold & Zucc.) Rehder & E.H. Wilson
Zanthoxylum alatum var. subtrifoliolatum Franch.
Zanthoxylum arenosum Reeder & S.Y.Cheo
Zanthoxylum armatum var. armatum
Zanthoxylum planispinum Siebold & Zucc.
ເປັນໄມ້ຟຸ່ມເຄືອ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ໃບຫຼົ່ນຕາມລະດູການ. ກີ່ງງ່າ ແລະ ເສັ້ນກ່າງກາງໃບດ້ານລຸ່ມ ມີໜາມແຫຼມ. ກີ່ງງ່າອ່ອນ ແລະ ຊໍ່ດອກກ້ຽງ ຫຼື ມີສີແດງນ້ຳຕານກະຈາຍທົ່ວ, ບາງຄັ້ງກໍ່ມີຂົນອ່ອນນຸ່ມ. ໃບເປັນໃບປະສົມ, ມີໃບຍ່ອຍ 3-11 ໃບ, ມີປີກຕາມກ້ານໃບທັ້ງສອງຝາກ, ກວ້າງ 5 ມີນລີແມັດ. ແຜ່ນໃບຈັບກົງກັນຂ້າມ, ຮູບໄຂ່, ຮູບໃບຫອກ ຫຼື ຮູບຮີ, ຂະໜາດ 3-12 x 1-3 ຊັງຕິແມັດ, ກົກໃບຮຽວ ຫຼື ຮູບຫຼີ້ມ, ເສັ້ນໃບ 6-14 ຄູ່. ຊໍ່ດອກອອກຈາກປ້າຍກີ່ງ ຫຼື ງ່າມໃບ, ມີດອກຈຳນວນເຖິງ 30 ດອກ. ດອກຜູ້ເກສອນມີ 4-6 ອັນ. ຖົງລະອອງສີເຫຼືອງ. ດອກແມ່ມີເຕົ້າໄຂ່ 2 ຫຼື 3 ອັນ. ໝາກມົນກົມ, ມີຂຽວເມື່ອຍັງອ່ອນ. ແກ່ນສີດຳປົນສີນ້ຳຕານ. ຮູບພາບປະກອບຈາກ: A. Barra
ເປືອກໝາກ ແລະ ແກ່ນໃຊ້ເປັນເຄື່ອງເທດ ເພື່ອປຸ່ງແຕ່ງລົດ ແລະ ກີ່ນຂອງອາຫານ ໂດຍສະເພາະແມ່ນອາຫານພື້ນບ້ານທາງພາກເໜືອຂອງລາວນິຍົມກັນໃສ່ໝາກມາດ ເກືອບທຸກລາຍການ ໂດຍສະເພາະແມ່ນອາຫານຄາວ ເຊັ່ນ: ລາບ, ກ້ອຍ, ເອາະຫຼາມ, ປົ່ນປາ, ປົ່ນກົບ ແລະ ອາຫານຄາວອິກຫຼາຍລາຍການ. ນອກຈາກເປັນເຄື່ອງປຸ່ງແຕ່ງອາຫານແລ້ວມັນຍັງຊ່ວຍໃນການຍ່ອຍອາຫານໃນກະເພາະລຳໄສ້, ບຳລຸງກຳລັງ, ຮັກສາໄຂ້, ຂັບລົມ ແລະ ຂັບຖ່າຍໄດ້ສະດວກ.