ໝາກເງາະ / Rambutan

Use
Food
Income
Medicine
Ornamental
Scientific Name / Family
Nephelium lappaceum L. / Sapindaceae
Synonyms
Dimocarpus crinitus Lour.
Euphoria crinita Poir.
Euphoria nephelium Poir.
Euphoria nephelium DC.
Euphoria ramb-outan Labill.
Scytalia crinita Raeusch.
Scytalia ramboutan Roxb.
Other Names
Chineses name: 红毛丹
Viet: Chi Chôm chôm
Botanical Description

ເປັນໄມ້ຢືນຕົ້ນ, ສູງປະມານ 10 ແມັດ. ກີ່ງງ່າເປືອກສີເທົາ, ເປັນເກັດ, ປຸ່ມຕາມກີ່ງງ່າ. ໃບປະສົມແບບຂົນນົກ, ປາຍຄິກ. ກ້ານໃບຍາວ 10-50 ຊັງຕິແມັດ. ໃບຍ່ອຍມີ 3-4 ຄູ່, ກ້ານໃບສັ້ນ, ແຜ່ນໃບຮູບຮີ ຫຼື ຮູບຂອບຂະໜານ, ເນື້ອໃບໜາຄ້າຍໜັງ, ກ້ຽງທັງສອງດ້ານ. ເສັ້ນໃບ 7-8 ຄູ່, ສີນ້ຳຕານແດງເມື່ອເວລາຫຼົ່ນ, ເສັ້ນກ່າງກາງໃບຈະນູນ ແລະ ຊັດເຈນດ້ານລຸ່ມແຜ່ນໃບ, ຂອບໃບລຽບ, ປາຍໃບຮູບຕັດ ຫຼື ມົນ, ບາງຄັ້ງປາຍແຫຼມ. ຊໍ່ດອກແບບແຕກແໜງ, ມີຂົນສັ້ນໆກະຈາຍ. ກ້ານດອກສັ້ນ. ກາບດອກໜາຄ້າຍໜັງ, ແສກຮູບໄຂ່, ມີຂົນອ່ອນນຸ້ມ. ກີບດອກບໍ່ມີ. ເກສອນຜູ້ 3 ມມ. ໝາກສີແດງ ຮູບຮີ, ມີໜາມອ່ອນຍາວປະມານ 5 ຊັງຕີແມັດ, ເນື້ອໃນສີຂາວ. ແກ່ນຮູບຮີຍາວ, ມີເປືອກຫຸ້ມສີເທົາ.

Description of Use

ໝາກເງາະ ເປັນໝາກໄມ້ທີ່ມີຄຸນຄ່າທາງໂພຊະນາການສູງໃນໝາກເງາະ 100 ກຣາມໃຫ້ພະລັງງານ 343 kJ (82 kcal), ຄາໂບຣໄຮເດຣດ 20.87 g, ໂປຣຕິນ 0.65 g, ວິຕາມີນ 22%, ເກືອແຮ່ຈານ 27%. ແຕ່ຄວນລະວັງແກ່ນຂອງໝາກເງາະ ມີທາດເບື່ອ, ຫ້າມຮັບປະທານເດັດຂາດ. ຂໍ້ມູນທາງດ້ານໂພຊະນາການ ຄຣິກທີ່ນີ້.

Contribute