ໝາກເງາະ / Rambutan
APA 6th ed. ໝາກເງາະ / Rambutan. (2020, June 19). Retrieved from https://www.phakhaolao.la/kb/0000866
MLA 8th ed. ໝາກເງາະ / Rambutan. Pha Khao Lao, 19 June 2020, https://www.phakhaolao.la/kb/0000866.
Chicago 17th ed. Pha Khao Lao. 2020. "ໝາກເງາະ / Rambutan." Published June 19, 2020. https://www.phakhaolao.la/kb/0000866.
Euphoria crinita Poir.
Euphoria nephelium Poir.
Euphoria nephelium DC.
Euphoria ramb-outan Labill.
Scytalia crinita Raeusch.
Scytalia ramboutan Roxb.
Viet: Chi Chôm chôm
ເປັນໄມ້ຢືນຕົ້ນ, ສູງປະມານ 10 ແມັດ. ກີ່ງງ່າເປືອກສີເທົາ, ເປັນເກັດ, ປຸ່ມຕາມກີ່ງງ່າ. ໃບປະສົມແບບຂົນນົກ, ປາຍຄິກ. ກ້ານໃບຍາວ 10-50 ຊັງຕິແມັດ. ໃບຍ່ອຍມີ 3-4 ຄູ່, ກ້ານໃບສັ້ນ, ແຜ່ນໃບຮູບຮີ ຫຼື ຮູບຂອບຂະໜານ, ເນື້ອໃບໜາຄ້າຍໜັງ, ກ້ຽງທັງສອງດ້ານ. ເສັ້ນໃບ 7-8 ຄູ່, ສີນ້ຳຕານແດງເມື່ອເວລາຫຼົ່ນ, ເສັ້ນກ່າງກາງໃບຈະນູນ ແລະ ຊັດເຈນດ້ານລຸ່ມແຜ່ນໃບ, ຂອບໃບລຽບ, ປາຍໃບຮູບຕັດ ຫຼື ມົນ, ບາງຄັ້ງປາຍແຫຼມ. ຊໍ່ດອກແບບແຕກແໜງ, ມີຂົນສັ້ນໆກະຈາຍ. ກ້ານດອກສັ້ນ. ກາບດອກໜາຄ້າຍໜັງ, ແສກຮູບໄຂ່, ມີຂົນອ່ອນນຸ້ມ. ກີບດອກບໍ່ມີ. ເກສອນຜູ້ 3 ມມ. ໝາກສີແດງ ຮູບຮີ, ມີໜາມອ່ອນຍາວປະມານ 5 ຊັງຕີແມັດ, ເນື້ອໃນສີຂາວ. ແກ່ນຮູບຮີຍາວ, ມີເປືອກຫຸ້ມສີເທົາ.
ໝາກເງາະ ເປັນໝາກໄມ້ທີ່ມີຄຸນຄ່າທາງໂພຊະນາການສູງໃນໝາກເງາະ 100 ກຣາມໃຫ້ພະລັງງານ 343 kJ (82 kcal), ຄາໂບຣໄຮເດຣດ 20.87 g, ໂປຣຕິນ 0.65 g, ວິຕາມີນ 22%, ເກືອແຮ່ຈານ 27%. ແຕ່ຄວນລະວັງແກ່ນຂອງໝາກເງາະ ມີທາດເບື່ອ, ຫ້າມຮັບປະທານເດັດຂາດ. ຂໍ້ມູນທາງດ້ານໂພຊະນາການ ຄຣິກທີ່ນີ້.