ໝາກນອດ / Passion fruit

Use
Food
Income
Medicine
Ornamental
Scientific Name / Family
Passiflora edulis Sims / Passifloraceae
Synonyms
Passiflora diaden Vell.
Passiflora edulis f. edulis
Passiflora edulis var. pomifera (M. Roem.) Mast.
Passiflora edulis var. rubricaulis (Jacq.) Mast.
Passiflora gratissima A. St.-Hil.
Passiflora incarnata L.
Passiflora iodocarpa Barb. Rodr.
Passiflora middletoniana J. Paxton
Passiflora pallidiflora Bertol.
Passiflora picroderma Barb. Rodr.
Passiflora pomifera M. Roem.
Passiflora rigidula J. Jacq.
Passiflora rubricaulis Jacq.
Passiflora vernicosa Barb. Rodr.
Other Names
Eng: Maracuya
Chinese: 鸡蛋果
Tieng viet: chùm bao trứng
Thai: เสาวรส
Botanical Description
Keooudone
ໝາກນອດແດງ, ສາຍພັນນີ້ມັກປູກຢູ່ທາງພາກເໜືອ ໂດຍສະເພາະແມ່ນຊຽງຂວາງ ແລະ ຫົວພັນ

ເປັນພືດເຄືອເລືອໄປຕາມຕົ້ນໄມ້ອື່ນ, ອາດຈະຍາວເຖິງ 15 ແມັດ, ເປັນພືດທີ່ມີອາຍຸຢືນຫຼາຍປີ. ມີມືເກາະທີ່ໃຊ້ພັນຈັບກັບຕົ້ນໄມ້ອື່ນ. ໃບດ່ຽວ, ຈັບລຽງສະຫຼັບ, ແຜ່ນໃບຮູບໄຂ່, ຂອບໃບມັກວ້ຳເລິກເປັນແສກ, ປາຍແຫຼມ ຫຼື ຮຽວແຫຼມ, ກົກໃບມົນ ຫຼື ຮູບຫົວໃຈ, ເນື້ອໃບຄ່ອນຂ້າງໜຽວ, ຂອບໃບເປັນແບບແຂ້ວເລື່ອຍ, ມີເສັ້ນໃບອອກຈາກກົກໃບ 3 ເສັ້ນ. ກ້ານໃບທີ່ປາຍຈະມີຕ່ອມ. ຫູໃບຮູບຫອກ. ຊໍ່ດອກແບບກະຈຸກ, ມີດອກດຽວຈັບຢູ່ກົງກັນຂ້າງກັບມືເກາະ. ໃບປະດັບຮູບໄຂ່, ປາຍມົນ ຫຼື ແຫຼມ. ກີບດອກສີຂາວ, ກາບດອກສີຂຽວ. ເກສອນເພດຜູ້ ມີ 5 ອັນ, ເກສອນເພດແມ່ 3 ອັນ. ໝາກຈະມົນກົມ, ເມື່ອຍັງອ່ອນເປັນສີຂຽວ, ເມື່ອສຸກຈະເປັນສີເຫຼືອງ, ມີແກ່ນຈຳນວນຫຼາຍ, ແຕ່ລະແກ່ນຖຶກຫຸ້ມດ້ວຍນ້ຳເຍື່ອຫຸ້ມສີເຫຼືອງ.

Description of Use

ໝາກນອດແມ່ນໝາກໄມ້ທີ່ມີຜົນປະໂຫຍດຫຼວງຫຼາຍຕໍ່ສຸຂະພາບ. ໝາກນອດມີທາດຕ້ານອະນຸມູນອິດສະຫຼະຫຼວງຫຼາຍ ເຊິ່ງຊ່ວຍປ້ອງກັນມະເຮັງ, ຊ່ວຍສ້ອມແຊມຮ່າງກາຍ ແລະ ການອັກແສບ. ໝາກນອດມີຈໍານວນເສັ້ນໄຍອາຫານສູງເຊິ່ງຊ່ວຍໃນການຍ່ອຍອາຫານໃນກະເພາະລຳໄສ້. ນອກຈາກນີ້ ມັນຍັງມີຜົນປະໂຫຍດນາໆປະການຕໍ່ຮ່າງກາຍ ແລະ ປ້ອງກັນຫຼາຍພະຍາດເຊັ່ນ:

  • ຊ່ວຍຜິວພັນໃຫ້ກະຈາງໃສ, ຊ່ວຍໃນການສະລໍໄວ ແລະ ສະລໍການເກີດຮອຍແຫ່ງໄວດ້ວຍສານຕ້ານອານຸມູນອິດສະຫຼະ
  • ຊ່ວຍເສີມສ້າງພູມຄຸ້ມກັນຂອງຮ່າງກາຍໃຫ້ແຂງແຮງ
  • ຊ່ວຍໃນການບຳລຸງສາຍຕາ ເນື່ອງຈາກມີວິຕາມິນເອຢູ່ນຳ
  • ຊ່ວຍໃຫ້ນອນຫຼັບສະບາຍ, ຊ່ວຍເພີ່ມຄວສ/າມສົດຊື່ນໃຫ້ແກ່ຮ່າງກາຍ
  • ມີວິຕາມິນບີ 2 ເຊິ່ງຊ່ວຍບຳລຸງຜິວພັນ, ເລັບ ແລະ ເສັ້ນຜົມ
  • ມີແຄລຊ້ຽມທີ່ຊ່ວຍຫຼຸດຄວາມສ່ຽງໃນການເກີດພະຍາດກະດູກເຊື່ອມ ແລະ ກະດູກຫັກ
  • ມີໂພແທັກຊ້ຽມສູງຊ່ວຍໃຫ້ມີສະຕິປັນຍາ, ຈິດໃຈລ່າເລີງແຈ່ມໃສ ໂດຍການສົ່ງອັອກຊີເຈນໄປລ້ຽງທີ່ສະໝອງ
  • ມີແມັກນີຊ້ຽມຊ່ວຍໃນການເຜົາຜານໄຂມັນ ແລະ ປ່ຽນເປັນພະລັງງານ
  • ມີຟອສຟໍຣັສສູງ ເຊິ່ງຊ່ວຍສົ່ງເສີມສຸຂະພາບເຫງືອກ ແລະ ແຂ້ວໃຫ້ແຂງແຮງ
  • ນິຍົມນຳມາດື່ມເປັນນ້ຳໝາກໄມ້ ຫຼື ໃຊ້ເປັນສ່ວນປະສົມໃນນ້ຳໝາກໄມ້ລວມ, ນຳໃຊ້ເປັນນ້ຳໝາກໄມ້ປັ່ນ, ນຳມາໃຊ້ແຕ່ງກິ່ນ ຫຼື ຣົດຊາດໂຍເກິດ ແລະ ນ້ຳອັດລົມເປັນຕົ້ນ.
  • ເນື້ອສາມາດນຳໄປເຮັດເຂົ້າໜົມໄດ້ຫຼາຍຊະນິດ ເຊັນ: ເຄັກ, ແຍມ, ເຢັນລີ້ ແລະ ໄອສຄຣີມເປັນຕົ້ນ
  • ນຳໃຊ້ປະກອບຂອງຫວານ ເຊັ່ນ: ໃຊ້ແກ່ນແຕ່ງໜ້າເຄັກ
  • ໃຊ້ນຳມາປະກອບອາຫານ ໂດຍນຳຍອດໄປແກງ ຫຼື ກິນກັບແຈ່ວ
  • ແກ່ນສາມາດນຳໄປສະກັດເປັນນ້ຳມັນພືດໄດ້, ໃຊ້ເຮັດເນີຍທຽມ.
  • ໃຊ້ເປັນອາຫານສັດ, ເປືອກນຳມາໃຊ້ເປັນປຸ່ຍໝັກ, ໃຊ້ເປັນນ້ຳມັນນວດຜ່ອນຄາຍ, ປວດເມືອຍກ້າມເນື້ອ ເນື່ອງຈາກມີຄຸນສົມບັດຊ່ວຍຜ່ອນຄາຍໄດ້ດີ.
  • ໃຊ້ເປັນສ່ວນປະສົມໃນເຄື່ອງ
  • ສຳອາງບາງຊະນິດ ເຊັ່ນ: ຜະລິດຕະພັນກັ່ນແດດ, ຜະລິດຕະພັນບຳລຸງຜິວ ແລະ ຜະລິດຕະພັນຮັກສາສິວເປັນຕົ້ນ
  • ຊ່ວຍໃນການຮັກສາແຜ ແລະ ເນື້ອເຍື້ອຜິວໜັງ
  • ຊ່ວຍປັບສົມດູນໃນຮ່າງກາຍ, ຫຼຸດອາການວຽນຫົວ ແລະ ປວດຮາກ, ຊ່ວຍຫຼຸດຄວາມດັນເລືອດ
  • ຊ່ວຍພັນເທົາອາການຂອງພະຍາດກະຖົງປັດສະວະອັກເສບ, ຊ່ວຍຟື້ນຟູຕັບ, ໝາກໄຂ່ຫຼັງໃຫ້ແຂງແຮງ
  • ຊ່ວຍກຳຈັດສານພິດໃນເລືອດ, ຮັກສາຮອບຫືດ
  • ໃບສົດນຳມາຕຳພອກແກ້ຫິດໄດ້
  • ດອກໃຊ້ຂັບເສມຫະ ແລະ ຊ່ວຍແກ້ໄອໄດ້
  • ແກ່ນມີສານທີ່ສາມາດຢັບຢັ້ງການຈະເລີນເຕີບໂຕຂອງເຊື້ອຣາໄດ້ດີ
https://fiercefruit.com/products/maracuya-passion-fruit-puree
ໝາກນອດເຫຼືອງ, ຮູບພາບປະກອບຈາກ: https://fiercefruit.com/products/maracuya-passion-fruit-puree

ໝາກນອດເປັນພືດປູກທົ່ວໄປ, ເພາະເປັນພືດເສດຖະກິດທີ່ສຳຄັນທີ່ພົບທົ່ວໄປເກືອບທົ່ວໂລກ, ລາວເຮົາກໍ່ເປັນປະເທດໜື່ງທີ່ໄດ້ນຳເຂົ້າມາປູກແຕ່ດົນນານມາແລ້ວ ທັ້ງສາຍພັນໝາກສີເຫຼືອງ ແລະ ໝາກສີແດງ. ປະຈຸບັນໄດ້ມີຜະລິດຕະພັນນ້ຳໝາກນອດ

ຄຸນຄ່າທາງດ້ານໂພຊະນາການຂອງໝາກນອດຕໍ່ 100 ກຼາມ: ຂໍ້ມູນໂພຊະນາການເພີ່ມເຕີມ ຄຣິກທີ່ນີ້.

  • kcal 97
  • Water n/a (g)
  • Protein 2.2 (g)
  • Fat 0.7 (g)
  • Carb 23.38 (g)
  • Fiber 10.4 (g)
  • ASH n/a (mg)
  • Ca 12 (mg)
  • P 68 (mg)
  • Na 0 (mg)
  • K 348 (mg)
  • Fe 1.6 (mg)
  • Cu 0.086 (mg)
  • Zn 0.1 (mg)
  • Retinol n/a (mcg)
  • Carotene n/a (mcg) 
  • Vitamin A 1274 (RAE mcg)
  • Vitamin B1 0.0 (mg)
  • Vitamin B2 0.13 (mg)
  • Vitamin B3 n/a (mg)
  • Vitamin C 30(mg)
  • MicronutSc 0

 

Contribute