ຂ່າຫຼາວ / Kha Rao
APA 6th ed. ຂ່າຫຼາວ / Kha Rao. (2020, June 10). Retrieved from https://www.phakhaolao.la/kb/0000861
MLA 8th ed. ຂ່າຫຼາວ / Kha Rao. Pha Khao Lao, 10 June 2020, https://www.phakhaolao.la/kb/0000861.
Chicago 17th ed. Pha Khao Lao. 2020. "ຂ່າຫຼາວ / Kha Rao." Published June 10, 2020. https://www.phakhaolao.la/kb/0000861.
Alpinia macrocarpa Gagnep.
Cenolophon oxymitrum (K.Schum.) Holttum
ເກີດເປັນສຸ່ມ, ສູງປະມານ 3 ແມັດ. ມີໃບ 10-18 ໃບ, ແຜ່ນໃບ ຮູບຂອບຂະໜານ ຫຼື ຮູບແຄບ, ປາຍໃບຮຽວແຫຼມ, ໂຄນຮູບຫຼີ້ມ, ຂອບລຽບ. ຊໍ່ດອກແບບກະຈະ, ເກີດຢູ່ປາຍລຳຕົ້ນ, ຊໍ່ຫ້ອຍລົງ, ຊົງຮີ. ກ້ານຊໍ່ຍາວ 16 ຊມ. ດອກສີຄຣິມ, ຂາວປົນເຫຼືອງ. ໃບປະດັບຮູບຂອບຂະໜານ, ແຫ້ງ ແລະ ຫຼົ່ນງ່າຍ. ໃບປະດັບຍ່ອຍຮູບແຄບ, ປາຍມີຂົນ. ກາບດອກໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນແສກເລິກດ້ານໜື່ງ, ປາຍສຸດມີ 3 ແສກນ້ອຍ. ກີບດອກໂຄນເຊື່ອມກັນເປັນຫຼອດ, ປາຍແຍກເປັນສາມແສກ, ຮູບຂອບຂະໜານ, ສີຂາວ. ກີບປາກສີຂາວນວນ, ໂຄນກີບສີເຫຼືອງອ່ອນ. ມີຈຸສີແດງ, ຮູບໄຂ່. ກີບຄູ່ຂ້າງເປັນຕິ່ງແຫຼມ. ເກສອນຜູ້ຍາວ 1.5 ຊັງຕິແມັດ. ເຕົ້າໄຂ່ຍາວປະມານ 6 ມີນລີແມັດ.
ຮູບປະກອບຈາກ: https://inaturalist.nz/taxa/881245-Alpinia-oxymitra
ເປັນຂ່າອິກຊະນິດໜື່ງທີ່ມີດອກສວຍງາມສາມາດນຳມາເປັນພືດປະດັບ, ຊໍ່ດອກອ່ອນກໍ່ຍັງໃຊ້ເປັນອາຫານກັບແຈ່ວ, ປົ້ນປາ ແລະ ກ້ອຍ.