ຕົ້ນງ່ຽງປາດຸກແດງ

Use
Medicine
Ornamental
Scientific Name / Family
Dioecrescis erythroclada (Kurz) Tirveng. / Rubiaceae
Synonyms
Gardenia erythroclada Kurz
Other Names
Thai: ມະຄັງແດງ
Botanical Description

ເປັນເຄິ່ງໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດກາງ, ມີຄວາມສູງ 6-12 ແມັດ, ໃບດົກໜາທຶບ, ເປືອກລໍາຕົ້ນ ແລະ ກິ່ງກ້ານເປັນສີນໍ້າຕານແດງເຂັ້ມ, ຕາມກິ່ງກ້ານອ່ອນມີສີນໍ້າຕານອົມແດງ, ຂະຫຍາຍພັນດ້ວຍການໃຊ້ແກ່ນ. ໃບເປັນໃບດ່ຽວອອກລຽງກົງກັນຂ້າມກັນ, ໃບມີລັກສະນະເປັນຮູບວົງຮີ ຫຼື ຮູບໄຂ່ກັບ, ປາຍໃບມົນ, ສ່ວນຂອບໃບລຽບ, ໃບກວ້າງ 8-15 ຊັງຕີແມັດ ແລະ ຍາວ 15-22 ຊັງຕີແມັດ, ຫຼັງໃບດ້ານເທິງລຽບ ສ່ວນທ້ອງໃບດ້ານລຸ່ມມີຂົນສີຂາວຂຶ້ນປົກຄຸມ ຫຼື ມີຂົນທັງສອງດ້ານ. ອອກດອກເປັນຊໍ່ສັ້ນໆຂະໜາດນ້ອຍ ໂດຍຈະອອກຕາມງ່າມໃບໃກ້ປາຍກິ່ງ, ດອກຍ່ອຍເປັນສີຂຽວອ່ອນ, ກີບດອກມີ 5 ກີບ, ກົກກີບດອກເຊື່ອມຕິດກັນ, ກີບດອກເປັນຮູບກົມ. ລັກສະນະຂອງໝາກເປັນຮູບຊົງກົມ, ສີຂຽວ, ມີສັນນູນ 5-6 ສັນ, ຜິວໝາກລຽບ, ປາຍໝາກມີກາບດອກຕິດຢູ່, ອອກດອກ ແລະ ໝາກໃນຊ່ວງເດືອນເມສາຫາເດືອນກໍລະກົດ.

Description of Use

ປະໂຫຍດ ແລະ ສັບພະຄຸນ: 
   - ເນື້ອໄມ້ໃຊ້ເຮັດເຄື່ອງມືທາງການກະເສດ.
   - ເນື້ອໄມ້ນໍາມາຕົ້ມກັບນໍ້າດື່ມເປັນຢາແກ້ອາການປວດທ້ອງ.
   - ຮາກໃຊ້ເປັນຢາຖ່າຍ.
   - ເປືອກຕົ້ນໃຊ້ຕໍາພອກແຜສົດເພື່ອຫ້າມເລືອດ.
   - ແກນນໍາມາຕົ້ມກັບນໍ້າດື່ມເປັນຢາແກ້ອາການປະຈໍາເດືອນ.

Contribute