ແໜຊ້ອຍອິນຊີ / Whorly Rotala

Use
Ornamental
Scientific Name / Family
Rotala wallichii (Hook. f.) Koehne / Lythraceae
Synonyms
Hydrolythrum wallichii Hook. f.
Other Names
Thai: ສາຫຼ່າຍແປງລ້າງຂວດ
Eng: Whorly rotala
Botanical Description

ແໜຊ້ອຍອິນຊີເປັນພືດນ້ຳທີ່ອາໄສຢູ່ນ້ຳສະອາດ, ລັກສະນະລໍາຕົ້ນກົມຍາວ, ຕັ້ງຊື່ເມື່ອຢູ່ໃຕ້ນໍ້າ ຫຼື ເລືອຕາມພື້ນດິນບໍລິເວນທີ່ມີຄວາມຊຸ່ມ. ໃບແຕກຈາກລໍາຕົ້ນຮອບຂໍ້ແບບວຽນອ້ອມ, ຂໍ້ລະ 10-12 ໃບ, ຈະເລີນເຕີບໂຕບໍລິເວນພື້ນດິນທີ່ປຽກຊຸ່ມ ຫຼື ໃນນໍ້າ, ໃບມີຄວາມຍາວ 10-13 ມິນລີແມັດ ແລະ ກວ້າງ 1.35 ມິນລີແມັດ, ໃບເປັນສີຂຽວ ຫຼື ຂຽວອົມນໍ້າຕານ, ບໍລິເວນສ່ວນຍອດມັກມີສີແດງເຂັ້ມ ຫຼື ເຫຼືອງທອງ, ໃບຢູ່ໃຕ້ນໍ້າຈະຮຽວຍາວເປັນຝອຍ. ດອກອອກເປັນດອກດ່ຽວອອກຕາມບໍລິເວນກົກກ້ານໃບ ຫຼື ອອກຕາມຊໍ່ປາຍກິ່ງ. ອອກໝາກເປັນແບບແຄັບຊູນ. ຂະຫຍາຍພັນດ້ວຍການປັກຊໍາໃນໜານດິນ ຫຼື ຊາຍ.

Description of Use

    - ໃຊ້ປູກປະດັບຕູ້ປາ ແລະ ຕູ້ພັນໄມ້ ໂດນິຍົມປົກບໍລິເວນກາງຕູ້ ຫຼື ຫຼັງຕູ້.
    - ໃຊ້ເປັນອາຫານສັດເຊັ່ນ: ງົວ, ຄວາຍ, ເປັດ, ໄກ່ ແລະ ອື່ນໆ...

Contribute