ສ້ອຍທັບທິບ / Joint Weed
APA 6th ed. ສ້ອຍທັບທິບ / Joint Weed. (2020, January 2). Retrieved from https://www.phakhaolao.la/kb/0000807
MLA 8th ed. ສ້ອຍທັບທິບ / Joint Weed. Pha Khao Lao, 2 January 2020, https://www.phakhaolao.la/kb/0000807.
Chicago 17th ed. Pha Khao Lao. 2020. "ສ້ອຍທັບທິບ / Joint Weed." Published January 2, 2020. https://www.phakhaolao.la/kb/0000807.
Persicaria omerostroma (Ohki) Sasaki
Pogalis barbata (L.) Raf.
Polygonum barbatum L.
Polygonum kotoshoense Ohki
Polygonum omerostromum Ohki
Eng: Joint Weed
ຕົ້ນທັບທິມຈັດເປັນພືດລົ້ມລຸກ, ມີອາຍຸໄດ້ຫຼາຍລະດູ, ລໍາຕົ້ນຕັ້ງຊື່ ແລະ ມີຂົນ, ມີຄວາມສູງໄດ້ 40-80 ຊັງຕິແມັດ, ເຫັນຂໍ້ປ້ອງຊັດເຈນ, ຂະຫຍາຍພັນດ້ວຍວິທີປັກຊໍາລໍາຕົ້ນ, ມັກຂຶ້ນບໍລິເວນແຄມນໍ້າ. ໃບເປັນໃບດ່ຽວ, ອອກລຽງສະລັບກັນ, ລັກສະນະຂອງໃບເປັນຮູບຂອບຂະໜານ ຫຼື ຮູບໃບຫອກ, ປາຍໃບແຫຼມ, ສ່ວນຂອບໃບລຽບມີຂົນຢູ່ແຄມໃບ ແລະ ເສັ້ນກາງໃບ, ໃບກວ້າງ 1.5-3 ຊັງຕິແມັດ ແລະ ຍາວ 8-15 ຊັງຕິແມັດ, ຜິວໃບທັງສອງດ້ານມີຂົນຂຶ້ນປົກຄຸມ. ອອກດອກເປັນຊໍ່ຍາວຕາມງ່າມໃບ ແລະ ປາຍກິ່ງ, ດອກຍ່ອຍມີຈໍານວນຫຼາຍ, ກີບດອກເປັນສີຂາວ ຫຼື ສີມ່ວງແກມບົວ. ໝາກເປັນໝາກແຫ້ງບໍ່ແຕກ, ເປັນມັນ.
ປະໂຫຍດ ແລະ ສັບພະຄຸນ:
- ຍອດອ່ອນ ແລະ ໃບອ່ອນໃຊ້ຮັບປະທານເປັນຜັກສົດໄດ້.
- ໃຊ້ປູກເປັນພັນໄມ້ປະດັບນໍ້າສວນນໍ້າທົ່ວໄປ.
- ໃບນໍາມາຄັ້ນເອົານໍ້າດື່ມເປັນຢາແກ້ໄຂ້ມາລາເລຍ.
- ນໍາເອົາໃບສ້ອຍທັບທິມສົດປະສົມກັບຍາເສັ້ນຄັ້ນເອົານໍ້າມາທາກາກ, ເກື້ອນ ແລະ ອາການຄັ້ນ.