ຜັກກູດກ້ານດໍາ / Black Maidenhair
APA 6th ed. ຜັກກູດກ້ານດໍາ / Black Maidenhair. (2020, January 2). Retrieved from https://www.phakhaolao.la/kb/0000800
MLA 8th ed. ຜັກກູດກ້ານດໍາ / Black Maidenhair. Pha Khao Lao, 2 January 2020, https://www.phakhaolao.la/kb/0000800.
Chicago 17th ed. Pha Khao Lao. 2020. "ຜັກກູດກ້ານດໍາ / Black Maidenhair." Published January 2, 2020. https://www.phakhaolao.la/kb/0000800.
Eng: Culantrillo, walking maidenhair fern, or black maidenhair
ຜັກກູດກ້ານດໍາຈັດຢູ່ຕະກຸນດຽວກັບຜັກກູດ, ລໍາຕົ້ນສັ້ນ, ຕັ້ງຊື່, ມັກເກີດບ່ອນມີຄວາມຊຸ່ມ ແລະ ໃກ້ຫ້ວຍ ຫຼື ຕາດ. ໃບເປັນໃບປະສົມແບບຂົນນົກຊັ້ນດຽວ, ກ້ານໃບເປັນສີດໍາມັນ, ມີເກັດເລັກນ້ອຍ, ປາຍໃບມີຕາທີ່ແຕກຮາກ ແລະ ເກີດເປັນຕົ້ນອ່ອນເມື່ອສໍາພັດກັບພື້ນດິນ, ໃບຍ່ອຍລຽງແບບສະລັບ, ໃບຍ່ອຍເປັນຮູບສີ່ຫຼ່ຽມແບບຂະໜານ, ໃບກວ້າງ 1-1.5 ຊັງຕິແມັດ ແລະ ຍາວ 2-3 ຊັງຕິແມັດ, ຂອບໃບດ້ານລຸ່ມເກືອບເປັນເສັ້ນຊື່, ຂອບໃບດ້ານເທິງເປັນແບບແຂ້ວເລື້ອຍ ຫຼື ເປັນສັນຄື້ນ, ໃບກ້ຽງ. ຖົງສະປໍຈັບເປັນແຖວຍາວ.
ປະໂຫຍດ ແລະ ສັບພະຄຸນ:
- ເປັນພັນໄມ້ນໍ້າທີ່ສວຍງາມສາມາດປູກປະດັບສວນນໍ້າໄດ້ ແລະ ນິຍົມປູກຂາຍທົ່ວໄປ.