ມັນພ້າວມ່ວງ / Purple yam

Use
Food
Income
Medicine
Scientific Name / Family
Dioscorea alata L. / Dioscoreaceae
Synonyms
Dioscorea aculeata Wight
Dioscorea alata var. globosa (Roxb.) Prain
Dioscorea alata var. purpurea (Roxb.) A.Pouchet
Dioscorea alata var. tarri Prain & Burkill
Dioscorea alata var. vera Prain & Burkill
Dioscorea atropurpurea Roxb.
Dioscorea colocasiifolia Pax
Dioscorea eburina Lour.
Dioscorea eburnea Lour.
Dioscorea globosa Roxb.
Dioscorea javanica Queva
Dioscorea purpurea Roxb.
Dioscorea rubella Roxb.
Dioscorea sapinii De Wild.
Dioscorea vulgaris Miq.
Elephantodon eburnea (Lour.) Salisb.
Polynome alata (L.) Salisb.
Rajania flexuosa Bello, 1883
Other Names
Eng: Greater yam, Ube, White yam
Thai: มันเสีย มันทู่ มันเลือดนก
Botanical Description

ເປັນພືດເຄືອທີ່ມີຫົວໃຕ້ດິນ. ຫົວຮູບຊົງກະບອກ, ຜິວດ້ານນອກເປັນສີນ້ຳຕານ ຫຼື ສີດຳ, ດ້ານໃນເປັນສີມ່ວງປົນສີຂາວ. ລຳຕົ້ນເປັນເຄືອຍາວ, ເປັນຫຼ່ຽມ. ໃບດ່ຽວຈັບກົງກັນຂ້າງ, ແຜ່ນໃບຮູບຂອບຂະໜານແກມຮູບໄຂ່ກວ້າງ 6-15 ຊມ, ຍາວ 8-22 ຊມ. ໂຄນໃບວ້ຳເປັນຮູບຫົວໃຈ ຫຼື ຮູບຕັດ, ຂອບໃບລຽບ, ປາຍໃບແຫຼມ. ດອກອອກຕາມງ່າມໃບ ດອກຜູ້ ແລະ ດອກແມ່ຢູ່ຕ່າງຕົ້ນກັນ. ດອກຜູ້ອອກເປັນຊໍ່ຍາວ 15-25 ຊມ. ກ້ານຊໍ່ສີຂຽວບໍ່ມີຂົນ. ກີບດອກມີ 6 ອັນ ລຽງເປັນສອງຊັ້ນ. ເກສອນຜູ້ 6 ອັນ. ດອກແມ່ອອກເປັນຊໍ່, ກ້ານດອກສັ້ນ, ແຕ່ລະຊໍ່ມີ 6-14 ດອກ, ກີບດອກຄືກັນກັບດອກຜູ້. ເຕົ້າໄຂ່ມີ 3 ຫ້ອງ, ປາຍທໍ່ເຕົ້າໄຂ່ມີ 3 ແສກ. ໝາກມີປີກໂຄ້ງເປັນຮູບເຄິ່ງວົງມົນກົມ 3 ປີກກວ້າງ, ປາຍວ້ຳເລັກນ້ອຍ, ໂຄນກົມ. 

Description of Use

ຫົວໃຕ້ດິນແມ່ນນຳໃຊ້ເປັນອາຫານມາດົນນານແລ້ວ ໂດຍສະເພາະແມ່ນສາມາດກີນແທນເຂົ້າໄດ້. ພໍ່ແມ່ປະຊາຊົນທ້ອງຖີ່ນມັກປູກໃສ່ຕາມແຈໄຮ່ເຂົ້າແຈສວນ ແລະ ເກັບກູ້ເມື່ອຫຼັງຈາກກ່ຽວເຂົ້າແລ້ວ.  ຂຸດເອົາຫົວມາໜື້ງ ຫຼື ໝົກໄຟໃນຍາມໜາວ. ຫົວເປັນສີມ່ວງມັນນໍາມາປຸງແຕ່ງເປັນສີຂອງເຄັກ ແລະ ເຂົ້າໜົມ. ສາມາດແປຮູບເຮັດໄດ້ຫຼາຍຢ່າງ. ນອກນັ້ນຍັງມີສັບພະຄຸນເປັນຢາຮັກສາພະຍາດລິດສິດວງທະວານໜັກ, ຮັບປະທານຫຼັງດີໄຂ້ເພື່ອຟື້ນຟູຮ່າງກາຍ, ຮັກສາພະຍາດໝາກໄຂ່ຫຼັງ ແລະ ມ້າມອັບເສບ. ຮາກຍັງສາມາດນໍາມາຕົ້ມເພື່ອເປັນສ່ວນປະສົມຂອງຢາຮັກສາພະຍາດວັນນະໂລກ. 

Contribute