ຕົ້ນພ່າວ / Hnum
APA 6th ed. ຕົ້ນພ່າວ / Hnum. (2019, December 12). Retrieved from https://www.phakhaolao.la/kb/0000786
MLA 8th ed. ຕົ້ນພ່າວ / Hnum. Pha Khao Lao, 12 December 2019, https://www.phakhaolao.la/kb/0000786.
Chicago 17th ed. Pha Khao Lao. 2019. "ຕົ້ນພ່າວ / Hnum." Published December 12, 2019. https://www.phakhaolao.la/kb/0000786.
Gyrocarpus pendulus Blanco
Pterilema aceriflorum Reinw.
Eng: Hnum
ຕົ້ນພ່າວຈັດເປັນພັນໄມ້ຢືນຕົ້ນຂະໜາດໃຫຍ່, ມີຄວາມສູງ 15-30 ແມັດ, ລໍາຕົ້ນມັກຄົດງໍ, ເປືອກຕົ້ນໜາແຕກເປັນຮອງ, ພົບຂຶ້ນຕາມປ່າດິບ ແລະ ປ່າທົ່ວໄປ. ໃບເປັນໃບປະສົມແບບຂົນນົກ, ອອກລຽງສະລັັບກັນ, ມີໃບຍ່ອຍ 1-6 ຄູ່, ລັກສະນະຂອງໃບເປັນຮູບຮີຍາວ, ຮູບຂອບຂະໜານ ຫຼື ຮູບຂອບຂະໜານແກມໃບຫອກ, ປາຍໃບແຫຼມ, ໃບກວ້າງ 2.5-4 ຊັງຕິແມັດ ແລະ ຍາວ 7-15 ຊັງຕິແມັດ, ໃບອ່ອນມີຂົນສາກ, ສ່ວນໃບແກ່ຜິວລຽບ ແລະ ໃບຈະຫຼົ່ນໝົດກ່ອນອອກດອກ. ອອກດອກເປັນຊໍ່ບໍລິເວນງ່າມໃບ, ລັກສະນະຫ້ອຍລົງ, ດອກຍ່ອຍມີຈໍານວນຫຼາຍ, ດອກເປັນແບບແຍກເພດຢູ່ຕົ້ນດຽວກັນ, ບໍ່ມີກີບດອກ, ແຕ່ລະດອກຈະມີກາບບາງໆເປັນຮູບແຊກ 3 ຫຼ່ຽມສີເຫຼືອງອ່ອນຮັບຮອງ ແລະ ກາບນີ້ຈະເລີນຕໍ່ໄປເປັນໝາກ. ໝາກເປັນໝາກແຫ້ງບໍ່ແຕກ, ລັກສະນະຂອງໝາກເປັນຮູບຊົງກົມ, ແຂງ, ມີຂົນແຂງສັ້ນໆແໜ້ນ, ມີໃບປະດັບເປັນກາບປາຍແຍກເປັນສາມແຊກບາງໆ.
ປະໂຫຍດ:
- ເປືອກຕົ້ນໃຊ້ເປັນຢາເບື່ອປາ.
- ໃຊ້ປູກເປັນໄມ້ເບີກນໍາທີ່ທົນທານຕໍ່ຄວາມແຫ້ງແລ້ງ ແລະ ໄພປ່າ.
- ເນື້ອໄມ້ສາມາດນໍາມາໃຊ້ເຮັດສິ່ງປູກສ້າງຕ່າງໆໄດ້ດີ.
ສັບພະຄຸນ:
- ເປືອກຕົ້ນໃຊ້ເປັນຢາຮັກສາອາການເຈັບແຂ້ວ.
- ເປືອກຕົ້ນນໍາມາຕົ້ມໃຫ້ແມ່ຍິງຫຼັງເກີດລູກອາບ, ຊ່ວຍໃຫ້ມົດລູກເຂົ້າອູ່ໄວ.
- ລໍາຕົ້ນນໍາມາຝົນກັບຕົ້ນໝາກຂ້າມປ້ອມໃຊ້ກິນຫຼັງເກີດລູກເປັນຢາຄຸມກໍາເນີດ.