ຕົ້ນຂີ້ກາກ
APA 6th ed. ຕົ້ນຂີ້ກາກ. (2019, December 12). Retrieved from https://www.phakhaolao.la/kb/0000785
MLA 8th ed. ຕົ້ນຂີ້ກາກ. Pha Khao Lao, 12 December 2019, https://www.phakhaolao.la/kb/0000785.
Chicago 17th ed. Pha Khao Lao. 2019. "ຕົ້ນຂີ້ກາກ." Published December 12, 2019. https://www.phakhaolao.la/kb/0000785.
ຕົ້ນຂີ້ກາກຈັດເປັນໄມ້ຢືນຕົ້ນ, ມີຄວາມສູງ 10 ແມັດ, ລໍາຕົ້ນຕັ້ງຊື່, ມີເນື້ອໄມ້ແຂງ, ເປືອກລໍາຕົ້ນໜາເປັນສີນໍ້າຕານແກ່ເກືອບດໍາ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ. ໃບເປັນໃບປະສົມແບບຂົນນົກ, ອອກລຽງສະລັບ, ມີໃບຍ່ອຍປະມານ 6-9 ຄູ່, ລັກສະນະຂອງໃບເປັນຮູບໄຂ່, ຮູບຫອກ, ໃບກວ້າງ 2-5 ຊັງຕິແມັດ ແລະ ຍາວ 5-9 ຊັງຕິແມັດ, ຫຼັງໃບລຽບເປັນສີຂຽວເຂັ້ມ ແລະ ເປັນມັນ, ສ່ວນທ້ອງໃບລຽບເປັນສີອ່ອນກວ່າ. ອອກດອກເປັນຊໍ່ໃຫຍ່ໂດຍຈະອອກຕາມປາຍກິ່ງ ຫຼື ອອກຕາມກ້ານໃບ, ແຕ່ລະຊໍ່ດອກຈະມີດອກຍ່ອຍຈໍານວນຫຼາຍ, ດອກຍ່ອຍເປັນສີເຫຼືອງ, ສີເຫຼືອງເຂັ້ມ ຫຼື ສີເຫຼືອງສົ້ມ, ກີບດອກມີ 5 ກີບ, ປາຍກີບດອກມົນ, ສ່ວນກາບດອກມີລັກສະນະເປັນຮູບກົມ, ເປັນສີຂຽວອອກເຫຼືອງ. ອອກໝາກເປັນຝັກແປ, ຝັກມັກຈະບິດ, ເປືອກຂ່ອນຂ້າງບາງ, ຜິວຝັກກ້ຽງບໍ່ມີຂົນ, ໝາກອ່ອນເປັນສີຂຽວ, ເມື່ອແກ່ຝັກມັກຈະບິດ, ແຕກອອກ ແລະ ເປັນສີນໍ້າຕານ, ພາຍໃນຝັກມີແກ່ນ 10-20 ແກ່ນ, ໂດຍຈະຕິດຝັກໃນຊ່ວງເດືອນພຶດສະພາຫາເດືອນຕຸລາ ແລະ ໝາກຈະແກ່ໃນຊ່ວງເດືອນຕຸລາຫາເດືອນທັນວາ.
ປະໂຫຍດ:
- ດອກອ່ອນ ແລະ ໃບອ່ອນໃຊ້ຮັບປະທານເປັນຜັກໄດ້, ແຕ່ຕ້ອງນໍາມາຕົ້ມເພື່ອຫຼຸດຄວາມຂົມລົງກ່ອນຈະນໍາໄປແກງ.
- ເນື້ອໄມ້ມີຄວາມທົນທານ, ໜຽວ, ບໍ່ຫັກງ່າຍ ສາມາດນໍາໄປໃຊ້ເຮັດເຄື່ອງເຮືອນ, ເຄື່ອງມືຊ່າງ, ຂຽງ ແລະ ອື່ນໆ.
- ສາມາດປູກເປັນໄມ້ປະດັບໄວ້ຕາມຂ້າງທາງທົ່ວໄປ.
ສັບພະຄຸນ:
- ຮາກມີສັບພະຄຸນເປັນຢາຟອກເລືອດ.
- ຍອດໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ພະຍາດເບົາຫວານ.
- ດອກໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ນອນບໍ່ຫຼັບ.
- ໃບໃຊ້ເປັນຢາຂັບພະຍາດເປັນຢາຖ່າຍ.
- ເປືອກຕົ້ນນໍາມາຕົ້ມກັບນໍ້າດື່ມເປັນຢາແກ້ລິດສີດວງທະວານ.
- ໃບໃຊ້ບໍາບັດພະຍາດມະເຮັງໃນເມັດເລືອດຂາວ.