ໝາກຄາຍ / Peach
APA 6th ed. ໝາກຄາຍ / Peach. (2019, November 29). Retrieved from https://www.phakhaolao.la/kb/0000777
MLA 8th ed. ໝາກຄາຍ / Peach. Pha Khao Lao, 29 November 2019, https://www.phakhaolao.la/kb/0000777.
Chicago 17th ed. Pha Khao Lao. 2019. "ໝາກຄາຍ / Peach." Published November 29, 2019. https://www.phakhaolao.la/kb/0000777.
Amygdalus laevis D.Dietr.
Amygdalus nucipersica (L.) Rchb.
Amygdalus persica L.
Amygdalus persica f. pendula (Siebold) H.Ohba & S.Akiyama
Amygdalus persica f. stellata (Siebold & de Vriese) H.Ohba & S.Akiyama
Amygdalus persica f. versicolor (Siebold) H.Ohba & S.Akiyama
Amygdalus persica subsp. aganonucipersica Schübl. & G.Martens, 1834
Amygdalus persica var. aganonucipersica (Schübl. & G.Martens) T.T.Yu & L.T.Lu
Amygdalus persica var. aganopersica Rchb.
Amygdalus persica var. alboplena (C.K.Schneid.) Nash
Amygdalus persica var. camelliiflora (hort. ex L.H.Bailey) Ricker
Amygdalus persica var. nucipersica (Borkh.) Pers., 1806
Amygdalus persica var. nucipersica Schübl. & G.Martens
Eng: Peach
ຕົ້ນໝາກຄາຍຈັດເປັນໄມ້ເມືອງໜາວທີ່ມີຖິ່ນກໍາເນີດຢູ່ຈີນ, ເປັນຕົ້ນໄມ້ທີ່ທົນຄວາມແຫ້ງແລງໄດ້ດີ. ໃບເປັນໃບດ່ຽວ, ອອກລຽງສະລັບກັນ, ລັກສະນະຂອງໃບເປັນຄ້າຍຮູບຫອກ, ໃບກວ້າງ 2.5-3 ຊມ ແລະ ຍາວ 8-15 ຊມ. ດອກເປັນດອກດ່ຽວ, ອອກເປັນກະຈຸກ, ມີກາບດອກ 5 ກາບ, ຕິດກັນກັນເປັນຫຼອດສັ້ນໆ, ເປັນສີແດງ, ຜິວນອກກາບມີຂົນ, ກີບດອກມີ 5 ກີບ, ມີລັກສະນະກົມ, ມີສີຂາວ, ສີບົວ ແລະ ສີແດງ. ໝາກເປັນໝາກສົດ, ມີລັກສະນະກົມຣີ, ປາຍແຫຼມ, ມີຂົນອ່ອນນຸ່ມສັ້ນໆ, ປົກຄຸມເນື້ອສີຂາວເກືອບເຫຼືອງ, ພາຍໃນໝາກມີແກ່ນ 1 ແກ່ນ.
ປະໂຫຍດ:
- ຊ່ວຍບໍາລຸງ ແລະ ຮັກສາສາຍຕາ.
- ໝາກຮັບປະທານໄດ້.
- ຊ່ວຍເສີມສ້າງ, ບໍາລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ.
- ຊ່ວຍປ້ອງກັນພະຍາດເລືອດອອກຕາມຫວ່າງແຂ້ວ.
ສັບພະຄຸນ:
- ແກ່ນຊ່ວຍບັນເທົາອາການເຈັບຫົວ.
- ແກ່ນຊ່ວຍບໍາລຸງເລືອດ.
- ໃບຊ່ວຍຂັບພະຍາດ.
- ດອກຊ່ວຍໃນການຂັບປັດສະວະ.
- ດອກເປັນຢາລະບາຍ.
ຄຸນຄ່າທາງໂພສະນາການ ແລະ ອາຫານໃນສ່ວນທີ່ຮັບປະທານໄດ້ 100 ກຼາມ.
- ໂປຣຕີນ 0.8 ກຼາມ
- ຄາໂດໄຮເດສ 7 ກຼາມ
- ໄຂມັນ 0.1 ກຼາມ
- ໃຍອາຫານ 0.5 ກຼາມ
- ແຄວຊຽມ 8 ກຼາມ
- ຟອດຟໍຣັດ 20 ກຼາມ
- ທາດເຫຼັກ 1 ກຼາມ
- ວິຕາມິນບີ 1, 0.01 ກຼາມ
- ວິຕາມິນຊີ 6 ກຼາມ