ອື່ງຢາງ / Asiatic burrowing frog

Use
Food
Income
Scientific Name / Family
Kaloula pulchra Gray, 1831 / Microhylidae
Synonyms
Other Names
Eng: Banded Bullfrog, Malaysian Narrowmouth Toad, Ox Frog, Painted Bullfrog, Piebald Digging Frog
Conservation Status
Least Concern
Physical Description

ລັກສະນະມີຂະໜາດຕົວປານກາງ, ຈາກປາຍປາກເຖິງຮູກົ້ນ 6-7 ຊມ, ລຳຕົວປ້ອມ, ຫົວແຫຼມ, ຂາສັ້ນ, ຜິວຫຼັງລຳຕົວມີຕຸ່ມກະຈາຍ, ດ້ານຫຼັງສີນ້ຳຕານເຫຼືອງ ຫຼື ສີນ້າຕານແດງ ຫຼື ສີນ້ຳຕານດຳ. ເທີງຫົວມີແຖບສີເຫຼືອງພາດຂວາງທາງດ້ານໜ້າຂອງຕາ, ຂອບດ້ານຂ້າງລຳຕົວມີແຖບສີນ້ຳຕານເຫຼືອງ, ກວ້າງ ແລະ ມີຂອງດຳພາດຈາກດ້ານທ້າຍຕາໄປຫາໂຄນຂາໜິບ, ຕົວແຖບສີເຫຼືອງມີຂະໜາດກວ້າງ, ດ້ານທ້ອງເປັນລາຍຂອງສີເທົາດຳ ແລະ ຂາວ. ຂາໜ້າຄ່ອນຂ້າງຍາວ ແລະ ນິ້ວຕິນຍາວ, ຂາຫຼັງສັ້ນແຕ່ນິ້ວຕິນຍາວ ເມື່ອພັບຂາຫຼັງແນບກັບລຳຕົວໄປທາງດ້ານໜ້າ, ຂໍ້ຕິນຢູ່ໃນຕໍ່າແໜ່ງທາງດ້ານໜ້າຂອງທີ່ຕັ້ງຕົ້ນຂາໜ້າ, ນິ້ວຕິນໜ້າບໍ່ມີແຜ່ນໜັງລະຫວ່າງນິ້ວ, ນິ້ວຕິນຫຼັງມີແຜ່ນໜັງສະເພາະທີ່ໂຄນນິ້ວ, ສ່ວນປາຍຂອງນິ້ວທຸກອັນຂະຫຍາຍເປັນຕຸ່ມໃຫຍ່ຂື້ນເລັກນ້ອຍ ແລະ ສ່ວນປາຍຂອງຕຸ່ມຕັດຊື່, ສັນລຸ່ມຝ່າຕິນຫຼັງມີຂະໜາດໃຫຍ່ອັນດຽວ ເພື່ອໃຊ້ໃນການຂຸດໂພ່ງດິນ. ຮວກຕົວໃຫຍ່ ແລະ ສ່ວນຫາງບໍ່ມີເສັ້ນຕາມລວງຍາວ, ສີເຫຼືອງພາດບໍລິເວນໂຄນຫາງ. 

Reproduction and Lifecycle

ພົບທົ່ວໄປໃນປ່າໂຄກ ແລະ ບໍລິເວນໜອງນ້ຳ. ຢູ່ຕາມປ່າແຄມນ້ຳບໍລິເວນທີ່ມີຄວາມຊຸ່ມຊື່ນ, ລີ້ຊ້ອນໃນເວລາກາງເວັນ ແລະ ອອກຫາກີນໃນເວລາກາງຄືນ, ເມື່ອເຖີງຕົ້ນລະດູຝົນຈະອອກມາຈັບຄູ່ເພື່ອປະສົມພັນ ແລະ ວາງໄຂ່. ພວກມັນມັກວາງໄຂ່ຕາມບວກ ແລະ ໜອງນ້ຳຊົ່ວຄາວຕາມປ່າໂຄກໃນຊ່ວງລະດູຝົນ. ຮວກທີ່ຝັກຕົວໄລຍະທຳອິດຈະກີນພວກຕະກອນອິນຊີວັດຖຸຕາມພື້ນນ້ຳ, ພວກມັນຈະມັກໜູນຕົວໄປມາຢູ່ຕາມອ່າງນ້ຳ.

Contribute