ຂຽດໂມ້ / Grass frog
APA 6th ed. ຂຽດໂມ້ / Grass frog. (2019, November 26). Retrieved from https://www.phakhaolao.la/kb/0000764
MLA 8th ed. ຂຽດໂມ້ / Grass frog. Pha Khao Lao, 26 November 2019, https://www.phakhaolao.la/kb/0000764.
Chicago 17th ed. Pha Khao Lao. 2019. "ຂຽດໂມ້ / Grass frog." Published November 26, 2019. https://www.phakhaolao.la/kb/0000764.
Thai: กบหนอง เขียดอีโม้
ລັກສະນະລຳຕົວມີຂະໜາດນ້ອຍ-ປານກາງ, ຍາວ 3-6 ຊມ. ລຳຕົວຮຽວ ແລະ ສ່ວນປາຍຂອງຫົວຮຽວແຫຼມ. ຜິວຫຼັງລຳຕົວມີຕຸ່ມຮູບຮ່າງຍາວລຽງຕົວເປັນແຖວຕາມຄວາມຍາວລຳຕົວຫຼາຍແຖວ, ມີຮອຍພັບຂອງຜິວໜັງເທີງແຜ່ນເຍື່ອແກ້ວຫູ. ດ້ານຫຼັງສີເທົາ ຫຼື ສີນ້ຳຕານເທົາ ຫຼື ສີນໍ້າຕານເຫຼືອງ ຫຼື ສີຂຽວ. ມີຈຸດສີເຂັ້ມຮູບຮ່າງບໍ່ແນ່ນອນກະຈາຍທົ່ວ. ເສັ້ນເທີງຫຼັງເຄີ່ງກາງຈາກປາຍປາກເຖິງຮູກົ້ນ, ມີຄວາມແປຜັນ, ເພາະບາງຕົວບໍ່ມີເສັ້ນດັ່ງກ່າວນີ້. ບາງຕົວເປັນເສັ້ນນ້ອຍໆສີຄຣີມ. ບາງຕົວເປັນແຖບກວ້າງສີຄຣີມ ແລະ ບາງຕົວເປັນແຖບກວ້າງສີນໍ້າຕານແດງ. ຂອບປາກເທີງ ແລະ ຂອບປາກລຸ່ມມີແຖບສີເຂັ້ມພາດຂວາງ. ຄາງ ແລະ ດ້ານທ້ອງສີຂາວ ແລະ ມີຮອບພັບຂອງຜິວໜັງພາດຂວາງທີ່ໜ້າເອິກ. ແຕ່ເພດຜູ້ມີຄາງສີດຳເຊິ່ງເປັນຕ່ຳແໜ່ງຂອງຖົງສຽງ. ຂາໜ້າສັ້ນ ແລະ ຂາຫຼັງຄ່ອນຂ້າງຍາວ, ເມື່ອພັບຂາຫຼັງແນບກັບລຳຕົວໄປທາງດ້ານໜ້າ, ຂໍ້ຕິນຢູ່ໃນຕໍ່າແໜ່ງດ້ານໜ້າຕາ, ນິ້ວຕີນໜ້າບໍ່ມີແຜ່ນໜັງລະຫວ່າງນິ້ວ. ນິ້ວຕີນຫຼັງມີແຜ່ນໜັງປະມານ 1/2 ຂອງຄວາມຍາວນີ້ວ. ຮວກມີຂະໜາດຕົວນ້ອຍ-ປານກາງ, ລຳຕົວສີນ້ຳຕານ ແລະ ມີລວດລາຍສີເຂັ້ມ. ມີແຖບສີດຳຮູບຕົວີ, ພາດຂວາງລະຫວ່າງຕາທັ້ງສອງດ້ານ ແລະ ເທີງຫຼັງເປັນໄລຍະຫາງ, ມີວົງສີຂາວຮອບຕາ ແລະ ມີແຖບສີຂາວພາດຂວາງສ່ວນທ້າຍລຳຕົວ. ຫາງມີກ້າມເນື້ອແຂງແຮງ, ແຜ່ນຄີຫາງຄ່ອນຂ້າງນ້ອຍ. ຕຸ່ມແຂ້ວໃນໂພ່ງປາກເປັນແຖວ. ຂອບຂອງປາກເທິງລຽບ ແຕ່ຂອບຂອບຈະງອຍປາກດ້ານລຸ່ມມີຮອຍແຂ້ວ.