ສະໂນຫີນ / Sesbania

Use
Food
Income
Medicine
Shelter
Scientific Name / Family
Sesbania javanica Miq. / Fabaceae
Synonyms
Aeschynomene paludosa Roxb.
Sesbania aculeata var. paludosa Baker
Sesbania chochinchinensis (Lour.) DC.
Sesbania cochinchinensis (Lour.) DC.
Sesbania cochinchinensis Kurz
Sesbania cochinensis Kurz
Sesbania paludosa (Roxb.) King
Sesbania paludosa Prain
Sesbania roxburghii Merr.
Other Names
Thai: ໂສນ
Eng: Sesbania, Sesbanea pea, Sesbania flowers
Botanical Description

ຕົ້ນສະໂນຫີນຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-4 ມ, ເປືອກລໍາຕົ້ນລຽບເປັນຫຼ່ຽມ, ເນື້ອໄມ້ອ່ອນ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ. ໃບເປັນໃບປະສົມແບບຂົນນົກ, ອອກລຽງສະລັບເທິງຕົ້ນ, ແຕ່ລະຊໍ່ຈະມີໃບຍ່ອຍ 10-30 ຄູ່, ລັກສະນະຂອງໃບຍ່ອຍເປັນຮູບກົມ ຫຼື ຮູບຮີແກມຮູບຂອບຂະໜານ, ໃບກວ້າງ 2-4 ມມ ແລະ ຍາວ 1.2-2.5 ມລມ, ແຜ່ນໃບເປັນສີຂຽວ ແລະ ລຽບ. ອອກດອກເປັນຊໍ່, ໂດຍຈະອອກຕາມງ່າມໃບ ແລະ ປາຍກິ່ງ, ຊໍ່ດອກມີດອກຍ່ອຍ 5-12 ດອກ, ດອກຍ່ອຍເປັນສີເຫຼືອງ, ມີກີບດອກ 5 ກີບ, ກາບດອກເປັນສີຂຽວ, ກົກກີບເຊື່ອມຕິດກັນ. ໝາກມີລັກສະນະເປັນຝັກກົມຍາວຂະໜາດນ້ອຍ, ຝັກອ່ອນເປັນສີຂຽວ, ເມື່ອແກ່ຈະກາຍເປັນສີມ່ວງ ແລະ ສີນໍ້າຕານ, ເມື່ອຝັກແກ່ຈະແຕກອອກ, ພາຍໃນໝາກຈະມີແກ່ນຂະໜາດນ້ອຍຈໍານວນຫຼາຍ.

Description of Use

ປະໂຫຍດ:
    - ດອກສະໂນຫີນມີລົດຫວານ ນິຍົມໃຊ້ຮັບປະທານເປັນຜັກ ຫຼື ນໍາມາປະກອບໃນເມນູອາຫານ.
    - ເນື້ອໄມ້ສາມາດນໍາມາໃຊ້ປະໂຫຍດໃນດ້ານອຸດສາຫະກໍາໄດ້ຫຼາຍຢ່າງເຊັ່ນ: ເຄື່ອງຫຼິ້ນເດັກນ້ອຍ.
    - ປະຈຸບັນໄດ້ມີການນໍາໃບ ແລະ ດອກມາແປຮູບເປັນຜະລິດຕະພັນເພື່ອສຸຂະພາບຄື: ຊາດອກສະໂນຫີນ ແລະ ຊາຈາກຍອດສະໂນຫີນ.
ສັບພະຄຸນ:
    - ດອກມີສັບພະຄຸນເປັນຢາແກ້ພິດຮ້ອນ ແລະ ຖ້ອນພິດໄຂ້.
    - ຮາກມີສັບພະຄຸນເປັນຢາແກ້ຮ້ອນໃນຢາກນໍ້າ.
    - ດອກມີສັບພະຄຸນເປັນຢາສະໝານລໍາໄສ້.
    - ດອກໃຊ້ແກ້ອາການເຈັບມວນທ້ອງ.
    - ໃບໃຊ້ຕໍາເປັນຢາພອກແຜ, ແກ້ເຈັບຜີ ແລະ ຖອນພິດ.
    - ຕົ້ນໃຊ້ຕົ້ມດື່ມເປັນຢາຂັບປັດສະວະ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
    1) ຂັບປັດສະວະ ໂດຍໃຊ້ຕົ້ນ 10-15 ກຼາມ ນໍາມາເຜົາແລ້ວແຊ່ນໍ້າ, ຈະໄດ້ນໍ້າມີລິດເປັນດ່າງແລ້ວກອງເອົານໍ້າດື່ມ.
    2) ແກ້ເຈັບຝີ, ຖອນພິດ ໂດຍໃຊ້ໃບສົດ 15 ກຼາມ ລ້າງໃຫ້ສະອາດແລ້ວຕໍາໃຫ້ລະອຽດ, ປະສົມກັບເຫຼົ້າເລັກນ້ອຍ, ໃຊ້ທາແລະ ພອກບໍລິເວນທີເປັນຝີ ຫຼື ມີອາການ.

Contribute