ຫວ້ານນາງຄໍາ / Wild Turmeric
APA 6th ed. ຫວ້ານນາງຄໍາ / Wild Turmeric. (2020, May 29). Retrieved from https://www.phakhaolao.la/kb/0000753
MLA 8th ed. ຫວ້ານນາງຄໍາ / Wild Turmeric. Pha Khao Lao, 29 May 2020, https://www.phakhaolao.la/kb/0000753.
Chicago 17th ed. Pha Khao Lao. 2020. "ຫວ້ານນາງຄໍາ / Wild Turmeric." Published May 29, 2020. https://www.phakhaolao.la/kb/0000753.
Curcuma zedoaria Roxb.
Thai: ວ່ານນາງຄໍາ
Eng: Wild Turmeric
ຫວ້ານນາງຄໍາເປັນພືດລົ້ມລຸກ, ມີເຫງົ້າ ແລະ ຫົວສີເຫຼືອງຢູ່ໃຕ້ດິນ, ມີລໍາຕົ້ນແທງຂຶ້ນມາຈາກຫົວ, ຫົວມີກິ່ນຫອມ, ແຕກແໜງເປັນແງ່ງຄ້າຍຄືຂີ້ໝີ້ນ, ເມື່ອຫັກເບິ່ງຈະເຫັນເປັນສີເຫຼືອງ ຫຼື ສີທອງ, ຂະຫຍາຍພັນດ້ວຍວິທີການແຍກຫົວໄປປູກ. ມີໃບເປັນໃບຂຽວ, ອອກເປັນກະຈຸກໃກ້ກັບຮາກ 5-7 ໃບ, ລັກສະນະຂອງໃບເປັນຮູບຫອກກວ້າງ, ປາຍໃບແຫຼມ, ກອງໃບມີຂົນ, ໃບກວ້າງ 10-14 ຊມ ແລະ ຍາວ 40-70 ຊມ. ອອກດອກເປັນຊໍ່ຊົງກະບອກ, ຕັ້ງຊື່, ມັກມີດອກກ່ອນແລ້ວ ໃບງອກຈາກເຫງົ້າ, ມີໃບປະດັບຢູ່ປາຍຊໍ່ມີສີບົວ, ໃບປະດັບຮອງຮັບມີດອກສີຂາວແກມສີຂຽວ, ສ່ວນໃບປະດັບຍ່ອຍມີສີຂາວ, ກີບດອກມີສີຂາວແກມບົວ, ແຊກກາງເປັນຮູບໄຂ່ກວ້າງ. ກີບປາກສີເຫຼືອງ.
ປະໂຫຍດ:
- ນິຍົມປູກໄວ້ປະຈໍາບ້ານເປັນໄມ້ປະດັບເພາະມີດອກທີ່ສວຍງາມ.
- ຜົງຫວ້ານນາງຄໍາສາມາດໃຊ້ພອກໜ້າໄດ້ເພື່ອຊ່ວຍບໍາລຸງຜິວພັນໃຫ້ງາມ, ຊ່ວຍປ້ອງກັນສິວ, ຝ້າ, ຈຸດດ້າງດໍາ.
- ສາມາດໃຊ້ຍ້ອມສີຜ້າໃຫ້ເປັນສີເຫຼືອງທີ່ຕິດທົນ.
ສັບພະຄຸນ:
- ຫົວໃຊ້ເປັນຢາຂັບລົມໃນລໍາໄສ້, ຫຼຸດກົດໃນກະເພາະ.
- ຮາກຊ່ວຍຮັກສາພະຍາດໜອງໃນຊຳເຮືອ.
- ຮາກໃຊ້ເປັນຢາສະໝານແຜ.
- ຫົວ ແລະ ຮາກ ມີສັບພະຄຸນຊ່ວຍຄຸມທາດໃນຮ່າງກາຍ.
- ຮາກຊ່ວຍແກ້ອາການຖອກທ້ອງ.