ຜັກກູດກີບມ້າ / Giant fern

Use
Food
Medicine
Ornamental
Scientific Name / Family
Angiopteris evecta (G.Forst.) Hoffm. / Marattiaceae
Synonyms
Angiopteris acrocarpa de Vriese
Angiopteris affinis de Vriese
Angiopteris alata Nadeaud
Angiopteris albidopunctulata Rosenst.
Angiopteris amboinensis de Vriese
Angiopteris ankolana de Vriese
Angiopteris aphanosorus de Vriese
Angiopteris arborescens (Blanco) Merrill
Angiopteris assamica de Vriese
Angiopteris aurata de Vriese
Angiopteris badioneura de Vriese
Angiopteris beecheyana de Vriese
Angiopteris canaliculata Holtt.
Angiopteris caudata de Vriese
Angiopteris chauliodonta Copel.
Angiopteris commutata Presl
Angiopteris cumingii Hieron.
Angiopteris cupreata de Vriese
Angiopteris dregeana de Vriese
Angiopteris elongata Hieron.
Angiopteris erecta Desv.
Other Names
Thai: ວ່ານກີບແຣດ
Eng: Giant fern, Mule's-foot fern
Botanical Description

ຜັກກູດກີບມ້າຈັດເປັນພືດຈໍາພວກຜັກກູດ, ມີຄວາມສູງໄດ້ 60-180 ຊມ, ກົກຕົ້ນພອງຢູ່ຕິດດິນ, ມີຫົວລັກສະນະເປັນກີບຢູ່ໃຕ້ດິນ, ຂະຫຍາຍພັນດ້ວຍການແຍກໜໍ່, ພັນໄມ້ຊະນິດນີ້ປູກຍາກ. ຫົວມີລັກສະນະຄ້າຍຄືກີບຕີນແຮດ ຫຼື ມ້າ, ຫົວເປັນສີນໍ້າຕານແກ່. ໃບເປັນໃບປະສົມແບບຂົນນົກ 2 ຊັ້ນ, ໃບກວ້າງ 2 ມ ແລະ ຍາວ 1.8-4.5 ມ, ໃບຍ່ອຍມີລັກສະນະເປັນຮູບຂອບຂະໜານ ຫຼື ຮູບໃບຫອກ, ຂອບໃບແຂ້ວມົນ ຫຼື ແຂ້ວຖີ່ໆ, ໃບຍ່ອຍກວ້າງ 1-4 ຊມ ແລະ ຍາວ 10-30 ຊມ, ຫຼັງໃບ ແລະ ທ້ອງໃບລຽບ, ເນື້ອໃບຂ່ອນຂ້າງໜາ, ອວບນໍ້າ, ຫຼັງໃບເປັນສີຂຽວເຂັ້ມເປັນມັນ, ສ່ວນທ້ອງໃບເປັນສີຂຽວອ່ອນ.

Description of Use

ປະໂຫຍດ:
   - ໃບອ່ອນສາມາດນໍາມາຮັບປະທານເປັນຜັກໄດ້ດ້ວຍການນໍາມາລວກກັບແຈ່ວ, ລາບ, ປົ່ນ.
   - ນິຍົມປູກເປັນເປັນໄມ້ປະດັບທົ່ວໄປ.
ສັບພະຄຸນ:
   - ຫົວໃຊ້ຕົ້ມກັບນໍ້າກິນເປັນຢາແກ້ໄຂ້ຕົວຮ້ອນ, ພິດໄຂ້.
   - ຫົວ ຊ່ວຍແກ້ອາການເຈັບຫົວ.
   - ໃບສົດທັງອ່ອນ ແລະ ແກ່ ໃຊ້ຕົ້ມກັບນໍ້າກິນເປັນຢາແກ້ໄອ.
   - ຮາກ ມີສັບພະຄຸນເປັນຢາຫ້າມເລືອດ.
   - ໃບອ່ອນນໍາມາທັບແລ້ວໄປຕົ້ມ ໃຊ້ປະຄົບຫົວເຂົ່າເປັນຢາແກ້ອາການປວດ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
   1) ເປັນຢາແກ້ໄຂ້, ເຈັບຫົວ ໂດຍໃຊ້ຫົວເຫງົ້າໃຕ້ດິນ, ລ້າງໃຫ້ສະອາດ, ສອຍເປັນຕ້ອນຕາກແດດໃຫ້ແຫ້ງ, ແລ້ວໃຊ້ປະມານ 5 ກຼາມຕົ້ມໃຊ້ນໍ້າປະມານ 1 ລິດ, ກອງເອົານໍ້າດື່ມ ມື້ລະ 2-3 ເທື່ອ.
   2) ຮັກສາອາການໄອ ໂດຍໃຊ້ໃບສົດປະມານ 10-15 ກຼາມ ນໍາມາຕໍາແລ້ວພອກບໍລິເວນຄໍ.

Contribute