ກາງຂອງ / Cork tree

Use
Medicine
Ornamental
Shelter
Scientific Name / Family
Millingtonia hortensis L.f. / Bignoniaceae
Synonyms
Bignonia azedarachta König & Sims
Bignonia cicutaria K.D.Koenig ex Mart.
Bignonia hortensis (L.f.) Oken
Bignonia suberosa Roxb.
Millingtonia dubiosa Span.
Nevrilis suberosa Raf.
Other Names
Thai: ປີບ, ກາສະຣອງ
Eng: Cork tree, Indian cork
Botanical Description

ຕົ້ນກາງຂອງເປັນໄມ້ຢືນຕົ້ນຂະໜາດນ້ອຍ, ລໍາຕົ້ນຕັ້ງຊື່, ມີຄວາມສູງ 5-10 ມ, ເປືອກຕົ້ນເປັນສີເທົາເຂັ້ມເປັນຮ່ອງເລິກ, ຂະຫຍາຍພັນດ້ວຍການກ້າແກ່ນ. ໃບມີລັກສະນະເປັນໃບປະສົມແບບຂົນນົກ 3 ຊັ້ນ, ໃບກວ້າງ 13-20 ຊມ ແລະ ຍາວ 16-26 ຊມ, ມີໃບຍ່ອຍ 4-6 ຄູ່ ມີລັກສະນະເປັນຮູບຫອກແກມຮູບໄຂ່, ປາຍໃບແຫຼມ. ລັກສະນະຂອງດອກເປັນຊໍ່ກະຈຸກແບບແຍກຂະແໜງ, ມີຄວາມຍາວ 10-25 ຊມ, ດອກຍ່ອຍປະກອບໄປດ້ວຍກາບລ້ຽງສີຂຽວ, ດອກມີກິ່ນຫອມ, ກົກດອກເຊື່ອມຕິດກັນເປັນຫຼອດປາກຮູບລຳໂພງ, ແຍກອອກເປັນ 5 ແຊກ, 3 ແຊກຮູບຂອບຂະໜານ. ໝາກມີລັກສະນະເປັນໝາກແຫ້ງແຕກ, ແປຍາວ, ເປັນຮູບຂອບຂະໜານ, ມີເນື້ອ ແລະ ມີແກ່ນຈໍານວນຫຼາຍ. 

Description of Use

ປະໂຫຍດ 
   - ກາງຂອງເປັນໄມ້ຟຸ່ມມີໃບ ແລະ ດອກງາມ ແຖມຍັງມີກິ່ນຫອມອີກ, ຈຶ່ງສາມາດນໍາໄປປູກປະດັບສວນເພື່ອຄວາມສວຍງາມ ແລະ ເພື່ອຄວາມເປັນສິລິມຸງຄຸນ.
   - ເນື້ອໄມ້ມີສີຂາວອ່ອນສາມາດເລື້ອຍ ຫຼື ວົງກົບເພື່ອຕົກແຕ່ງໃຫ້ຂຶ້ນເງົາໄດ້ງ່າຍ, ຈຶ່ງເໝາະແກ່ການນໍາໃຊ້ເຮັດເຄື່ອງເຮືອນ, ເຄື່ອງຕົກແຕ່ງພາຍໃນເຮືອນ.
ສັບພະຄຸນ:
   - ດອກມີສັບພະຄຸນເປັນຍາບໍາລຸງກໍາລັງ.
   - ດອກຊ່ວຍບໍາລຸງເລືອດ.
   - ຮາກຊ່ວຍບໍາລຸງປອດ.
   - ຮາກຊ່ວຍຮັກສາພະຍາດວັນນະໂລກ.
   - ດອກໃຊ້ເປັນຢາແກ້ລົມ.
   - ດອກໃຊ້ເປັນຢາແກ້ຫອບຫືດ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
   1) ເປັນຢາຮັກສາພະຍາດຫອບຫືດ ໂດຍໃຊ້ດອກແຫ້ງປະມານ 10-15 ດອກມາສອຍໃຫ້ມຸນແລ້ວມວນເປັນຢາສູບ, ສູບມື້ລະ 2-3 ຄັ້ງ ເປັນປະຈໍາຈົນກວ່າຈະດີ.

Contribute