ກາງຂອງ / Cork tree
APA 6th ed. ກາງຂອງ / Cork tree. (2019, November 22). Retrieved from https://www.phakhaolao.la/kb/0000747
MLA 8th ed. ກາງຂອງ / Cork tree. Pha Khao Lao, 22 November 2019, https://www.phakhaolao.la/kb/0000747.
Chicago 17th ed. Pha Khao Lao. 2019. "ກາງຂອງ / Cork tree." Published November 22, 2019. https://www.phakhaolao.la/kb/0000747.
Bignonia cicutaria K.D.Koenig ex Mart.
Bignonia hortensis (L.f.) Oken
Bignonia suberosa Roxb.
Millingtonia dubiosa Span.
Nevrilis suberosa Raf.
Eng: Cork tree, Indian cork
ຕົ້ນກາງຂອງເປັນໄມ້ຢືນຕົ້ນຂະໜາດນ້ອຍ, ລໍາຕົ້ນຕັ້ງຊື່, ມີຄວາມສູງ 5-10 ມ, ເປືອກຕົ້ນເປັນສີເທົາເຂັ້ມເປັນຮ່ອງເລິກ, ຂະຫຍາຍພັນດ້ວຍການກ້າແກ່ນ. ໃບມີລັກສະນະເປັນໃບປະສົມແບບຂົນນົກ 3 ຊັ້ນ, ໃບກວ້າງ 13-20 ຊມ ແລະ ຍາວ 16-26 ຊມ, ມີໃບຍ່ອຍ 4-6 ຄູ່ ມີລັກສະນະເປັນຮູບຫອກແກມຮູບໄຂ່, ປາຍໃບແຫຼມ. ລັກສະນະຂອງດອກເປັນຊໍ່ກະຈຸກແບບແຍກຂະແໜງ, ມີຄວາມຍາວ 10-25 ຊມ, ດອກຍ່ອຍປະກອບໄປດ້ວຍກາບລ້ຽງສີຂຽວ, ດອກມີກິ່ນຫອມ, ກົກດອກເຊື່ອມຕິດກັນເປັນຫຼອດປາກຮູບລຳໂພງ, ແຍກອອກເປັນ 5 ແຊກ, 3 ແຊກຮູບຂອບຂະໜານ. ໝາກມີລັກສະນະເປັນໝາກແຫ້ງແຕກ, ແປຍາວ, ເປັນຮູບຂອບຂະໜານ, ມີເນື້ອ ແລະ ມີແກ່ນຈໍານວນຫຼາຍ.
ປະໂຫຍດ
- ກາງຂອງເປັນໄມ້ຟຸ່ມມີໃບ ແລະ ດອກງາມ ແຖມຍັງມີກິ່ນຫອມອີກ, ຈຶ່ງສາມາດນໍາໄປປູກປະດັບສວນເພື່ອຄວາມສວຍງາມ ແລະ ເພື່ອຄວາມເປັນສິລິມຸງຄຸນ.
- ເນື້ອໄມ້ມີສີຂາວອ່ອນສາມາດເລື້ອຍ ຫຼື ວົງກົບເພື່ອຕົກແຕ່ງໃຫ້ຂຶ້ນເງົາໄດ້ງ່າຍ, ຈຶ່ງເໝາະແກ່ການນໍາໃຊ້ເຮັດເຄື່ອງເຮືອນ, ເຄື່ອງຕົກແຕ່ງພາຍໃນເຮືອນ.
ສັບພະຄຸນ:
- ດອກມີສັບພະຄຸນເປັນຍາບໍາລຸງກໍາລັງ.
- ດອກຊ່ວຍບໍາລຸງເລືອດ.
- ຮາກຊ່ວຍບໍາລຸງປອດ.
- ຮາກຊ່ວຍຮັກສາພະຍາດວັນນະໂລກ.
- ດອກໃຊ້ເປັນຢາແກ້ລົມ.
- ດອກໃຊ້ເປັນຢາແກ້ຫອບຫືດ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
1) ເປັນຢາຮັກສາພະຍາດຫອບຫືດ ໂດຍໃຊ້ດອກແຫ້ງປະມານ 10-15 ດອກມາສອຍໃຫ້ມຸນແລ້ວມວນເປັນຢາສູບ, ສູບມື້ລະ 2-3 ຄັ້ງ ເປັນປະຈໍາຈົນກວ່າຈະດີ.