ທອງພັນຊັ່ງ / White crane flower

Use
Medicine
Ornamental
Scientific Name / Family
Rhinacanthus nasutus (L.) Kurz / Acanthaceae
Synonyms
Dianthera paniculata Lour.
Ecbolium dichotomum (Blume) Kuntze
Justicia nasuta L.
Pseuderanthemum connatum Lindau
Rhinacanthus communis Nees
Rhinacanthus nasutus (L.) Kuntze
Rhinacanthus osmospermus Bojer ex Nees
Other Names
Lao: ທອງກ້ານຊ້າງ, ທອງພັນຊັ່ງ
Thai: ທອງພັນຊັ່ງ
Eng: White crane flower
Botanical Description

ຕົ້ນທອງພັນຊັ່ງຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງ 1-2 ມ, ກົກຂອງລໍາຕົ້ນເປັນໄມ້ເນື້ອແຂງ, ກິ່ງຂອງລໍາຕົ້ນເປັນຮູບສີ່ຫຼ່ຽມ. ໃບເປັນໃບດ່ຽວມີລັກສະນະເປັນຮູບໄຂ່, ປາຍໃບ ແລະ ກົກໃບແຫຼມ, ຍາວ 4-6 ຊມ ແລະ ກວ້າງ 2-3 ຊມ, ຂອບໃບລຽບ ຫຼື ເປັນຄື່ນເລັກນ້ອຍ, ໃບຈະອອກກົງກັນຂ້າມກັນເປັນຄູ່ໆ. ອອກດອກເປັນຊໍ່ຢູ່ງ່າມໃບ, ກີບດອກເປັນສີຂາວ, ກີບຮອງດອກມີ 5 ກີບ ແລະ ມີຂົນ, ກີບດອກຕິດກັນເປັນຫຼອດ, ປາຍແຍກເປັນ 2 ກີບ. ລັກສະນະໝາກເປັນຝັກ ແລະ ມີຂົນ, ພາຍໃນຝັກມີແກ່ນ 4 ແກ່ນ.

Description of Use

ປະໂຫຍດ:
    - ນິຍົມໃຊ້ປູກເປັນໄມ້ປະດັບທົ່ວໄປ.
ສັບພະຄຸນ:
    - ຮາກ: ຮັກສາພະຍາດມະເຮັງ, ພະຍາດຜິດໜັງ, ແກ້ເປັນກາກ, ດັບພິດໄຂ້, ແກ້ພິດງູ.
    - ຕົ້ນ ຊ່ວຍບໍ່ລຸງຮ່າງກາຍ, ຮັກສາພະຍາດຜົມຫຼົ່ນ.
    - ໃບ ຊ່ວຍແກ້ອາການອັກເສບ.
    - ທັງຕົ້ນ ຊ່ວຍແກ້ອາການໄສ້ເລື່ອນ, ໄສ້ລາມ.
    - ໃບ ຊ່ວຍຮັກສາພະຍາດໄຂຂໍ້ອັກເສບ.
ວິທີ ແລະ ປະລິມານທີ່ໃຊ້ເຮັດຢາ:
    - ເປັນຢາຫຼຸດຄວາມດັນ ໂດຍໃຊ້ທັງຕົ້ນ 1 ສ່ວນ ຜະສົມກັບນໍ້າ 10 ສ່ວນເຮັດເປັນນໍ້າຊາຊົງດື່ມ.
    - ແກ້ພະຍາດວັນນະໂລກໄລຍະທໍາອິດ ໂດຍໃຊ້ກ້ານ ແລະ ໃບສົດປະມານ 30 ກຼາມ, ຖ້າແຫ້ງໃຊ້ພຽງ 15 ກຼາມ ນໍາມາຕົ້ນກັບນໍ້າຝົດປະມານ 10 ນາທີ ອາດຈະຕື່ມນໍ້າຕານເພື່ອເພີ່ມຄວາມຫວານກໍ່ໄດ້ ແລ້ວກອງເອົານໍ້າດື່ມມື້ລະ 2-3 ເທື່ອ.
ຂໍ້ຄວນລະວັງ: ສໍາລັບຜູ້ທີ່ເປັນພະຍາດຫົວໃຈ, ພະຍາດຫືດ, ພະຍາດເລືອດຈາງ, ພະຍາດມະເຮັງໃນເລືອດ, ພະຍາດຄວາມດັນເລືອດຕໍ່າ ບໍ່ຄວນຮັບປະທານສະໝຸນໄພຊະນິດນີ້.

Contribute