ຕົ້ນລະປ້າງ / Mooli

Use
Fibre
Ornamental
Shelter
Scientific Name / Family
Pterospermum diversifolium Blume / Malvaceae
Synonyms
Dombeya diversifolia (Blume) Spreng.
Pterospermadendron diversifolium (Blume) Kuntze
Pterospermadendron glabrescens (Wight & Arn.) Kuntze
Pterospermum glabrescens Wight & Arn.
Pterospermum hastatum Blanco
Other Names
Thai: ລໍາປ້າງ, ລະປ້າງ, ຂະນານ
Eng: Mooli, Vattapolavu, Pambaram
Botanical Description

ຕົ້ນລະປ້າງຈັດເປັນໄມ້ເນື້ອອ່ອນຂະໜາດກາງຫາໃຫຍ່, ມີຄວາມສູງໄດ້ 20 ມ, ມັກແຕກກິ່ງຕໍ່າ, ເປືອກແຕກເປັນສະເກັດ, ມີສີນໍ້າຕານປົນເທົາ. ອອກໃບລຽງວຽນ, ລັກສະນະໃບເປັນຮູບໄຂ່ກັບ ຫຼື ຮູບຂອບຂະໜານແກມຮູບໄຂ່, ປາຍໃບແສກຕື້ນໆ 3-5 ແສກ, ກົກໃບເປັນຮູບຫົວໃຈ, ແຜ່ນໃບດ້ານລຸ່ມມີຂົນສີຂາວຂຶ້ນໜາແໜ້ນ. ດອກອອກດ່ຽວໆ, ຍາວ 8-12 ຊມ, ກາບດອກ ແລະ ກີບດອກມີຈໍານວນຢ່າງລະ 5 ກີບ, ກາບດອກແຍກກັນ, ມີຂົນປົກຄຸມທັ້ງ 2 ດ້ານ, ກີບດອກເປັນສີຂາວ. ໝາກເປັນແບບໝາກແຫ້ງ, ຮູບຂອບຂະໜານ, ມີສັນຕາມລວງຍາວຫ້າສັນ, ມີຂົນສັ້ນສີນໍ້າຕານຂຶ້ນໜາແໜ້ນ, ພາຍໃນໝາກມີແກ່ນຈໍານວນຫຼາຍ.

Description of Use

ປະໂຫຍດ ແລະ ສັບພະຄຸນ:
- ເນື້ອໄມ້ແຂງສາມາດນໍາໃຊ້ເຂົ້າໃນວຽກງານການກໍ່ສ້າງ.
- ເນື້ອໄມ້ນໍາມາໃຊ້ເຮັດເຄື່ອງເຟີນິເຈີ, ໄມ້ອັດ ແລະ ເຄື່ອງໃຊ້ຕ່າງໆ.
- ເປືອກຕົ້ນເປັນເສັ້ນໃຍໃຊ້ໃນການເຮັດເຈ້ຍ.
- ສາມາດປູກເປັນໄມ້ປະດັບເພາະເປັນຟຸ່ມງາມ ແລະ ດອກມີກິ່ນຫອມ.

Contribute