ໝາກມູນ

Use
Medicine
Shelter
Scientific Name / Family
Elaeocarpus lanceifolius Roxb. / Elaeocarpaceae
Synonyms
Elaeocarpus serrulatus Benth.
Other Names
Thai: ພີພ່າຍ
Botanical Description

ຕົ້ນໝາກມູນຈັດເປັນໄມ້ເນື້ອແຂງຂະໜາດກາງຫາໃຫຍ່, ສູງໄດ້ 30 ມ, ເຮືອນຍອດເປັນຟຸ່ມກົມທຶບ, ກົກຕົ້ນເປັນພູພອນ, ເປືອກຕົ້ນລຽບເປັນສີນໍ້າຕານປົນບົວ, ໄມ້ໝຸ່ມຕົ້ນມີໜາມ. ໃບອອກລຽງວຽນ, ໃບມີລັກສະນະເປັນຮູບຫອກ ຫຼື ຮູບໄຂ່ກັບ, ໃບກ້ຽງ, ໃບຍາວ 8-20 ຊມ, ປາຍໃບແຫຼມຍາວ, ຂອບໃບຈັກແຂ້ວເລື່ອຍໃບແກ່ກ່ອນຫຼົ່ນຈະເປັນສີແສດ. ອອກດອກເປັນຊໍ່ແບບຊໍ່ກະຈາຍ, ຍາວ 7-10 ຊມ, ເປັນດອກສີຂາວມີກິ່ນຫອມ, ກາບດອກ ແລະ ກີບດອກມີຢ່າງລະ 5 ກີບ, ກີບດອກສັ້ນກ່ອນກາບດອກເລັກນ້ອຍ. ໝາກເປັນແບບໝາກໜັງຊັ້ນໃນແຂງ, ມີລັກສະນະເປັນເປັນຮູບຊົງຣີ, ຍາວ 3-4 ຊມ, ໝາກສຸກເປັນສີແດງຄໍ້າ, ໃນໝາກມີແກ່ນແຂງ.

Description of Use

ປະໂຫຍດ ແລະ ສັບພະຄຸນ:
   - ເນື້ອໄມ້ແຂງສາມາດນໍາໃຊ້ເຂົ້າໃນວຽກງານການກໍ່ສ້າງ, ເຄື່ອງເຮືອນ ແລະ ເຟີນິເຈີຕ່າງໆ
   - ໝາກເປັນອາຫານຂອງສັດປ່າ ແລະ ຄົນສາມາດກິນໄດ້ເຊັ່ນດຽວກັນ
   - ລໍາຕົ້ນໃຊ້ຕົ້ມກັບນໍ້າດື່ມເປັນຢາແກ້ຜິດສໍາແດງ.

Contribute