ຕົ້ນບົ້ງນັ່ງ / Freshwater mangrove tree

Use
Food
Medicine
Ornamental
Shelter
Scientific Name / Family
Carallia brachiata (Lour.) Merr / Rhizophoraceae
Synonyms
Barraldeia madagascariensis Spreng.
Barraldeia madagascariensis DC.
Carallia arguta Koord. & Valeton
Carallia baraldeia Arn.
Carallia calycina Benth.
Carallia celebica Blume Carallia cerisopsitolia Miq.
Carallia ceylanica Arn.
Carallia confinis Blume
Carallia corymbosa Arn.
Carallia cuprea Ridl.
Carallia cuspidata Blume
Carallia densiflora Griff.
Carallia diplopetala Hand.-Mazz.
Carallia floribunda Miq.
Carallia integerrima DC.
Carallia integrifolia J.Graham
Carallia lanceifolia Roxb.
Carallia lanceolaria Wall.
Carallia lucida Roxb.
Carallia madagascariensis (DC.) Tul.
Other Names
Thai: ຕົ້ນຊຽງພ້ານາງແອ
Eng: Freshwater mangrove tree
Botanical Description

ຕົ້ນບົ້ງນັ່ງຈັດເປັນໄມ້ຢືນຕົ້ນຂະໜາດກາງ, ມີຄວາມສູງ 25-30 ມ ແລະ ສູງໄດ້ເຖິງ 35 ມ, ລໍາຕົ້ນຕັ້ງຊື່, ລໍາຕົ້ນສີນໍ້າຕານອົມແດງຫາສີນໍ້າຕານອົມເທົາ, ຜິວລຽບ ແລະ ມີຮູອາກາດຫຼາຍ ຫຼື ເປືອກອາດຈະໜາແຕກເປັນຮ່ອງຕາມລວງຍາວ, ຂະຫຍາຍພັນດ້ວຍວິທີການເພາະແກ່ນ. ໃບເປັນໃບດ່ຽວອອກລຽງກົງກັນຂ້າມສະລັບກັບຕັ້ງສາກ, ລັກສະນະຂອງໃບເປັນຮູບຮີແກມຮູບໄຂ່ກັບ ຫຼື ຮູບໃບຫອກກັບປາຍໃບແຫຼມ, ໃບກວ້າງ 4-7 ຊມ ແລະ ຍາວ 5-10 ຊມ, ແຜ່ນໃບກ້ຽງໜາ ແລະ ໜຽວ, ຫຼັງໃບສີຂຽວເຂັ້ມເປັນມັນໜາ, ລຸ່ມໃບສີຂຽວອ່ອນກວ່າ ມີຈຸດສີນໍ້າຕານກະຈາຍຢູ່. ອອກດອກເປັນຊໍ່ແຍກຂະແໜງແບບກະຈຸກສັ້ນໆ, ມີດອກຍ່ອຍຈໍານວນຫຼາຍ ແລະ ມີຂະໜາດນ້ອຍ, ຊໍ່ດອກກົມ, ດອກຈະອອກຕາມງ່າມໃບ ຫຼື ປາຍກິ່ງ, ກີບດອກແຍກອິດສະຫຼະຈາກກັນ, ມີສີຄີມ, ລັກສະນະເປັນຮູບກົມຂອບກີບຫຍັກເວົ້າພັບຈີບ. ອອກໝາກເປັນໝາກສົດແບບມີນື້ອ, ລັກສະນະຂອງໝາກເປັນຮູບຊົງກົມ, ມີຂະໜາດນ້ອຍ ແລະ ອອກເປັນກະຈຸກ, ໝາກມີກາບດອກຕິດຢູ່ປາຍໝາກຄ້າຍຄືມົງກຸດ, ຜິວໝາກເປັນມັນ, ມີເນື້ອບາງສີຂຽວຫຸ່ມຫໍ່ຢູ່, ໝາກອ່ອນເປັນສີຂຽວ ເມື່ອສຸກແລ້ວຈະປ່ຽນເປັນສີແດງ ແລະ ຈະປ່ຽນເປັນສີມ່ວງເມື່ອສຸກດີ, ໃນໝາກຈະມີແກ່ນສີນໍ້າຕານ ຫຼື ດໍາ.

Description of Use

 ປະໂຫຍດ:
   - ໝາກສຸກສາມາດຮັບປະທານໄດ້ມີລົດສົ້ມຫວານ.
   - ສາມາດປູເປັນໄມ້ປະດັບ ຫຼື ໄມ້ໃຫ້ຮົ່ມໄດ້ ເພາະເປັນໄມ້ບໍ່ຜັດໃບ ແລະ ມີກິ່ນຫອມ.
   - ຕົ້ນບົ້ງນັ່ງເປັນຕົ້ນໄມ້ທີ່ໃຫຍ່ໄວຈຶ່ງເປັນພັນໄມ້ທີ່ເໝາະໃນການປູກເປັນປ່າເພື່ອກັນອຸທົກກະໄພ.
   - ເນື້ອໄມ້ສາມາດນໍາໄປໃຊ້ໃນວຽກງານການກໍ່ສ້າງໄດ້ດີ ຫຼື ນໍາໄປເຮັດເຄື່ອງມືໃນການກະເສດ, ເຮັດເຄື່ອງເຟີນິເຈີ.
ສັບພະຄຸນ:
   - ລໍາຕົ້ນໃຊ້ຕົ້ມກັບນໍ້າດື່ມຊ່ວຍບໍາລຸງຮ່າງກາຍ.
   - ເປືອກຕົ້ນຊ່ວຍແກ້ອາການຮ້ອນໃນຢາກນໍ້າ, ຊ່ວຍລະບາຍຄວາມຮ້ອນ.
   - ເປືອກຕົ້ນຊ່ວຍໃນການສະໝານແຜ.
   - ລໍາຕົ້ນໃຊ້ຕົ້ມກັບນໍ້າດື່ມຊ່ວຍເຮັດໃຫ້ຈະເລີນອາຫານ ຫຼື ໃຊ້ເປັນຢາຈະເລີນອາຫານສໍາລັບແມ່ຍິງຫຼັງເກີດລູກ.

Contribute