ຕົ້ນຮັງຄາວ / Jungle cork tree
APA 6th ed. ຕົ້ນຮັງຄາວ / Jungle cork tree. (2019, October 17). Retrieved from https://www.phakhaolao.la/kb/0000713
MLA 8th ed. ຕົ້ນຮັງຄາວ / Jungle cork tree. Pha Khao Lao, 17 October 2019, https://www.phakhaolao.la/kb/0000713.
Chicago 17th ed. Pha Khao Lao. 2019. "ຕົ້ນຮັງຄາວ / Jungle cork tree." Published October 17, 2019. https://www.phakhaolao.la/kb/0000713.
Eng: Jungle cork tree, Indian Elm, Kanju
ຕົ້ນຮັງຄາວຈັດເປັນພັນໄມ້ຂະໜາດໃຫຍ່, ມີຄວາມສູງ 30 ມ, ເປືອກລຽບ, ຜິວແຕກເປັນສະເກັດໜາ, ມີສີນໍ້າຕານເທົາ, ຜິວເປືອກດ້ານໃນສີອອກເຫຼືອງ. ໃບອອກເປັນໃບດ່ຽວ, ໃບລຽງວຽນ, ມີລັກສະນະເປັນຮູບຮີ ຫຼື ຮູບໄຂ່ກັບ, ໃບຍາວ 7-14 ຊມ, ປາຍໃບຍາວແຫຼມ, ກົກໃບມົນ, ແຜ່ນໃບດ້ານລຸ່ມມີຂົນສັ້ນນຸ່ມ ຫຼື ກ້ຽງ, ດອກອອກເປັນຊໍ່ເປັນກະຈຸກສັ້ນໆຕາມງ່າມໃບ, ດອກຂະໜາດນ້ອຍ, ດອກແຍກເພດ ຫຼື ມີດອກສົມບູນເພດຢູ່ໃນຊໍ່ດຽວກັນ, ໝາກແບບໝາກປີກດຽວ, ແປ, ຮູບຮີ, ເສັ້ນຜ່າສູນກາງ 2-3 ຊມ. ມີປີກບາງລ້ອມຮອບແກ່ນ, ປາຍເປັນຕິ່ງຄ້າຍງ່າມ.
ປະໂຫຍດ ແລະ ສັບພະຄຸນ:
- ເນື້ອໄມ້ໃຊ້ໃນການກໍ່ສ້າງ, ເຮັດເຄື່ອງເຮືອນ, ເຄື່ອງມືກະສິກໍາ ແລະ ອື່ນໆ.
- ໃຊ້ເຮັດຟື້ນ ແລະ ຖ່ານທີ່ມີຄຸນນະພາບ.
- ເປືອກ ແລະ ໃບ ມີກິ່ນເໝັ້ນໃຊ້ປຸງເປັນຢາແກ້ປວດຂໍ້, ຢາກໍາຈັດເຫັບ, ໝັດ ແລະ ກໍາຈັດຕົວໄຮ.
- ເປືອກຕົ້ນໜຽວໃຊ້ເຮັດເຊືອກ, ຜ້າ, ເຈ້ຍ ແລະ ເປົາ.