ດອກຫອນໄກ່ / Silver Cockscomb

Use
Medicine
Ornamental
Scientific Name / Family
Celosia argentea L. / Amaranthaceae
Synonyms
Amaranthus cristatus Noronha
Amaranthus huttonii H.J.Veitch
Amaranthus purpureus Nieuwl.
Amaranthus pyramidalis Noronha
Celosia argentea f. argentea
Celosia argentea var. argentea
Celosia argentea f. cristata (L.) Schinz
Celosia argentea var. cristata (L.) Kuntze
Celosia aurea T.Moore
Celosia castrensis L.
Celosia cernua Roxb.
Celosia coccinea L.
Celosia comosa Retz.
Celosia cristata L.
Celosia debilis S.Moore
Celosia huttonii Mast.
Celosia japonica Houtt.
Celosia japonica Mart.
Celosia linearis Sweet ex Hook.f.
Celosia margaritacea L.
Celosia marylandica Retz.
Celosia pallida Salisb.
Celosia plumosa (Voss) Burv.
Celosia purpurea J.St.-Hil.
Celosia purpurea A.St.-Hil. ex Steud.
Celosia pyramidalis Burm.f.
Celosia splendens Schumach. & Thonn.
Celosia swinhoei Hemsl.
Chamissoa margaritacea (L.) Schouw
Other Names
Lao: ດອກຫອນໄກ່, ດອກດ້າຍແດງ
Thai: ຫງອນໄກ່
Eng: Silver-spiked Cockscomb, Silver Cockscomb, Kombada, Wheat Celosia, Plumed Cockscomb, Flamingo Feathers
Botanical Description

ດອກຫອນໄກ່ຈັດເປັນພືດລົ້ມລຸກລະດູດຽວ, ມີອາຍຸ 1 ປີ, ມີລໍາຕົ້ນຕັ້ງຊື່, ສູງ 40-150 ຊມ, ມັກແຕກກິ່ງກ້ານເປັນສີຂຽວແກມແດງ, ເປືອກລໍາຕົ້ນມີທັງສີແດງ ແລະ ສີຂຽວ. ໃບເປັນໃບດ່ຽວອອກລຽງສະລັບ, ລັກສະນະຂອງໃບເປັນຮູບແກມໄຂ່ແກມຮູບຂອບຂະໜານ, ຮູບໃບຫອກຍາວ, ໃບກວ້າງ 1-6 ຊມ ແລະ 4-18 ຊມ, ແຜ່ນໃບເປັນສີຂຽວ ແລະ ມັກມີສີແດງແຕ້ມ, ຫຼື ສີແດງອົມມ່ວງ. ອອກດອກເປັນຊໍ່ເປັນແທ່ງຍາວ, ໂດຍຈະອອກຕາມງ່າມໃບ ແລະ ປາຍກິ່ງ ຫຼື ຍອດ, ປາຍຊໍ່ດອກແຫຼມ, ຊໍ່ດອກຍາວ 3-10 ຊມ, ຊໍ່ດອກມີດອກຍ່ອຍຂະໜາດນ້ອຍຈໍານວນຫຼາຍ, ດອກຍ່ອຍມີກີບດອກເປັນສີມ່ວງແກມບົວ ຫຼື ເປັນສີຂາວປາຍແຕ້ມດ້ວຍສີບົວ, ຢູ່ຕິດກັນເປັນກະຈຸກ, ກີບດອກມີ 5 ກີບ, ກາບດອກມີ 3 ກີບ. ໝາກເປັນໝາກແຫ້ງ ແລະ ແຕກໄດ້, ໝາກມີກາບບາງຫຸ້ມປກ່ນຢູ່, ລັກສະນະຂອງໝາກເປັນຮູບໄຂ່ກັບ, ແກ່ນກົບແປ, ເປັນສີດໍາເປັນເງົາ ແລະ ແຂງ.

Description of Use

ປະໂຫຍດ:
   - ໃຊ້ປູກເປັນໄມ້ປະດັບທົ່ວໄປ ຫຼື ຈະປູກເປັນໄມ້ຕັດດອກເຮັດດອກໄມ້ແຫ້ງກໍ່ໄດ້ ເພາະສາມາດເກັບໄວ້ໄດ້ດົນ ແລະ ບໍ່ປ່ຽນ.
ສັບພະຄຸນ:
   - ຮາກມີລົດຂົມເຝື່ອນມີສັບພະຄຸນເປັນຢາບໍາລຸງທາດໃນຮ່າງກາຍ.
   - ດອກໃຊ້ຮ່ວມກັບພືດຊະນິດອື່ນເປັນຢາບໍາລຸງກໍາລັງ.
   - ແກ່ນແຫ້ງໃຊ້ເປັນຢາແກ້ຄວາມດັນເລືອດສູງ.
   - ດອກໃຊ້ເປັນຢາແກ້ອາການເຈັບຫົວ.
   - ກ້ານ, ໃບ, ດອກ ແລະ ແກ່ນແຫ້ງ ໃຊ້ເປັນຢາຫ້າມເລືອດ.

ຄໍາເຕືອນ:
   - ຜູ້ຍິງທີ່ຢູ່ໃນລະຫວ່າງມີປະຈໍາເດືອນບໍ່ຄວນນໍາເອົາມາຮັບປະທານ.
   - ຜູ້ທີ່ເປັນພະຍາດຕາບອດໃສ ຫ້າມຮັບປະທານສະໝຸນໄພຊະນິດນີ້.

Contribute