ຕົ້ນນົມລາຊະສີ / Indian Atalantia

Use
Medicine
Ornamental
Shelter
Scientific Name / Family
Atalantia monophylla (Roxb.) A. DC. / Rutaceae
Synonyms
Atalantia carissoides Wall.
Atalantia floribunda Wight
Atalantia malabarica (Raf.) Yu.Tanaka
Atalantia platystigma Wight
Atalantia puberula Miq.
Atalantia spinosa (Willd.) Yu.Tanaka
Atalantia umbellata M.Roem.
Other Names
Lao: ນົມໝູ, ນົມລາຊະສີ, ຈ້າລີວ.
Thai: ມະນາວຜີ.
Eng: Indian Atalantia
Botanical Description

ຕົ້ນນົມລາຊະສີຈັດເປັນພັນໄມ້ຢືນຕົ້ນຂະໜາດນ້ອຍ, ມີຄວາມສູງ 2-3 ມ ແລະ ອາດສູງໄດ້ເຖິງ 6 ມ, ລໍາຕົ້ນ ແລະ ກິ່ງຂ້ອນຂ້າງເປັນຫຼ່ຽມ, ເປືອກເປັນສີນໍ້າຕານມີຮ້ອຍແຕກຕາມລວງຍາວຂອງລໍາຕົ້ນ, ຂະຫຍາຍພັນດ້ວຍການເພາະແກ່ນ ແລະ ວິທີປັກຊໍາກິ່ງ. ໃບເປັນໃບດ່ຽວອອກລຽງວຽນ, ລັກສະນະຂອງໃບເປັນຮູບໄຂ່ ຫຼື ຮູບຣີ, ປາຍໃບປ້ານເປັນຕິ່ງ, ໃບກວ້າງ 1.8-4.5 ຊມ ແລະ ຍາວ 4.8-8 ຊມ, ໃບເປັນແຜ່ນລຽບໜາຄ້າຍຄືໜັງ ແລະ ເປັນມັນ, ດ້ານເທິງເປັນສີຂຽວເຂັ້ມ ສ່ວນດ້ານລຸ່ມໃບເປັນສີຂຽວອ່ອນ. ອອກດອກເປັນຊໍ່ໂດຍຈະອອກຕາມງ່າມໃບ, ດອກມີກິ່ນຫອມ, ດອກມີກີບດອກ 4-5 ກີບ, ແຍກອອກຈາກກັນຢ່າງອິດດສະຫຼະ, ກີບດອກມີລັກສະນະເປັນຮູບຂອບຂະໜານແກມຮູບຮີ, ສ່ວນຈານຖານດອກເປັນຮູບວົງແຫວນ. ໝາກມີລັກສະນະກົມ ຫຼື ຮີ, ເປັນໝາກຂະໜາດນ້ອຍ, ຜິວໝາກລຽບເປັນສີຂຽວອ່ອນ ຫຼື ເທົາ, ຜິວໝາກຄ້າຍຄືໜັງ ແລະ ມີຕ່ອມນໍ້າເປັນຈຸດໜາແໜ້ນ, ພາຍໃນໝາກເປັນກີບຄ້າຍຄືໝາກກ້ຽງ ແລະ ມີແກ່ນຈໍານວນຫຼາຍ.

Description of Use

ປະໂຫຍດ:
    - ຕົ້ນນົມລາຊະສີສາມາດນໍາໄປປູກເປັນໄມ້ປະດັບໄດ້.
    - ເນື້ອໄມ້ໃຊ້ເຮັດເຄື່ອງຈັກສານ, ເຄື່ອງໃຊ້ສອຍພາຍໃນເຮືອນ ແລະ ເຟີນິເຈີ.
ສັບພະຄຸນ:
    - ໃບຊ່ວຍແກ້ອາການຖອກທ້ອງໄດ້.
    - ໃບໃຊ້ຮັກສາພະຍາດຜິວໜັງ.
    - ນໍ້າມັນຈາກເປືອກໝົກໃຊ້ທາພາຍນອກເປັນຢາແກ້ພະຍາດໄຂຂໍ້ອັກເສບ.
    - ໝາກ ແລະ ໃບຊ່ວຍແກ້ພະຍາດທາງເດິນຫາຍໃຈ.

Contribute