ຕົ້ນນົມລາຊະສີ / Indian Atalantia
APA 6th ed. ຕົ້ນນົມລາຊະສີ / Indian Atalantia. (2019, October 7). Retrieved from https://www.phakhaolao.la/kb/0000705
MLA 8th ed. ຕົ້ນນົມລາຊະສີ / Indian Atalantia. Pha Khao Lao, 7 October 2019, https://www.phakhaolao.la/kb/0000705.
Chicago 17th ed. Pha Khao Lao. 2019. "ຕົ້ນນົມລາຊະສີ / Indian Atalantia." Published October 7, 2019. https://www.phakhaolao.la/kb/0000705.
Atalantia floribunda Wight
Atalantia malabarica (Raf.) Yu.Tanaka
Atalantia platystigma Wight
Atalantia puberula Miq.
Atalantia spinosa (Willd.) Yu.Tanaka
Atalantia umbellata M.Roem.
Thai: ມະນາວຜີ.
Eng: Indian Atalantia
ຕົ້ນນົມລາຊະສີຈັດເປັນພັນໄມ້ຢືນຕົ້ນຂະໜາດນ້ອຍ, ມີຄວາມສູງ 2-3 ມ ແລະ ອາດສູງໄດ້ເຖິງ 6 ມ, ລໍາຕົ້ນ ແລະ ກິ່ງຂ້ອນຂ້າງເປັນຫຼ່ຽມ, ເປືອກເປັນສີນໍ້າຕານມີຮ້ອຍແຕກຕາມລວງຍາວຂອງລໍາຕົ້ນ, ຂະຫຍາຍພັນດ້ວຍການເພາະແກ່ນ ແລະ ວິທີປັກຊໍາກິ່ງ. ໃບເປັນໃບດ່ຽວອອກລຽງວຽນ, ລັກສະນະຂອງໃບເປັນຮູບໄຂ່ ຫຼື ຮູບຣີ, ປາຍໃບປ້ານເປັນຕິ່ງ, ໃບກວ້າງ 1.8-4.5 ຊມ ແລະ ຍາວ 4.8-8 ຊມ, ໃບເປັນແຜ່ນລຽບໜາຄ້າຍຄືໜັງ ແລະ ເປັນມັນ, ດ້ານເທິງເປັນສີຂຽວເຂັ້ມ ສ່ວນດ້ານລຸ່ມໃບເປັນສີຂຽວອ່ອນ. ອອກດອກເປັນຊໍ່ໂດຍຈະອອກຕາມງ່າມໃບ, ດອກມີກິ່ນຫອມ, ດອກມີກີບດອກ 4-5 ກີບ, ແຍກອອກຈາກກັນຢ່າງອິດດສະຫຼະ, ກີບດອກມີລັກສະນະເປັນຮູບຂອບຂະໜານແກມຮູບຮີ, ສ່ວນຈານຖານດອກເປັນຮູບວົງແຫວນ. ໝາກມີລັກສະນະກົມ ຫຼື ຮີ, ເປັນໝາກຂະໜາດນ້ອຍ, ຜິວໝາກລຽບເປັນສີຂຽວອ່ອນ ຫຼື ເທົາ, ຜິວໝາກຄ້າຍຄືໜັງ ແລະ ມີຕ່ອມນໍ້າເປັນຈຸດໜາແໜ້ນ, ພາຍໃນໝາກເປັນກີບຄ້າຍຄືໝາກກ້ຽງ ແລະ ມີແກ່ນຈໍານວນຫຼາຍ.
ປະໂຫຍດ:
- ຕົ້ນນົມລາຊະສີສາມາດນໍາໄປປູກເປັນໄມ້ປະດັບໄດ້.
- ເນື້ອໄມ້ໃຊ້ເຮັດເຄື່ອງຈັກສານ, ເຄື່ອງໃຊ້ສອຍພາຍໃນເຮືອນ ແລະ ເຟີນິເຈີ.
ສັບພະຄຸນ:
- ໃບຊ່ວຍແກ້ອາການຖອກທ້ອງໄດ້.
- ໃບໃຊ້ຮັກສາພະຍາດຜິວໜັງ.
- ນໍ້າມັນຈາກເປືອກໝົກໃຊ້ທາພາຍນອກເປັນຢາແກ້ພະຍາດໄຂຂໍ້ອັກເສບ.
- ໝາກ ແລະ ໃບຊ່ວຍແກ້ພະຍາດທາງເດິນຫາຍໃຈ.