ຕົ້ນເໝືອດຫີນ / Delek Air
APA 6th ed. ຕົ້ນເໝືອດຫີນ / Delek Air. (2019, October 8). Retrieved from https://www.phakhaolao.la/kb/0000702
MLA 8th ed. ຕົ້ນເໝືອດຫີນ / Delek Air. Pha Khao Lao, 8 October 2019, https://www.phakhaolao.la/kb/0000702.
Chicago 17th ed. Pha Khao Lao. 2019. "ຕົ້ນເໝືອດຫີນ / Delek Air." Published October 8, 2019. https://www.phakhaolao.la/kb/0000702.
Eng: Nipis Kulit, Delek Air, Delek Bangas, Kaayam, Nemaaru.
ຕົ້ນເໝືອດຫີນເປັນໄມ້ຢືນຕົ້ນ, ມີຄວາມສູງ 1-3 ມ, ເປືອກຂອງລໍາຕົ້ນເປັນຮ່ອງ, ມີສີນໍ້າຕານດໍາ. ໃບເປັນໃບດ່ຽວອອກກົງກັນຂ້າມກັນ, ລັກສະນະຂອງໃບເປັນຮູບວົງຮີຄ້າຍກະໂຖ, ແຜ່ນໃບລຽບເປັນມັນມີສີຂຽວເຂັ້ມ, ມ້ວນຂຶ້ນເຂົາຫາເສັ້ນກາງໃບນ້ອຍ, ປາຍໃບແຫຼມ, ຂອບໃບຂະໜານ, ໃບກວ້າງ 2-3 ຊມ ແລະ ຍາວ 3-5 ຊມ. ອອກດອກເປັນຊໍ່ເປັນແບບກະຈຸກຕາມງ່າມໃບ, ກີບດອກມີສີມ່ວງ, ມີຖານຮອງດອກຄ້າຍຄືຮູບຣະຄັງ. ໝາກເປັນໝາກດ່ຽວຄ້າຍຄືລູກຫວ້າ, ໝາກດິບມີສີຂຽວ, ເມື່ອສຸກແລ້ວຈະມີສີມ່ວງເກືອບດໍາ, ພາຍໃນໝາກມີແກ່ນ 1 ແກ່ນ ລັກສະນະກົມມົນ.
ປະໂຫຍດ:
- ໝາກສຸກໃຊ້ຮັບປະທານເປັນໝາກໄມ້ໄດ້.
- ຍອດອ່ອນສາມາດນໍາໄປຮັບປະທານຮ່ວມກັບກ້ອຍກຸ້ງ, ຮັບປະທານເປັນຜັກສົດຮ່ວມກັບແຈ່ວ.
- ໃຊ້ປູກເປັນໄມ້ປະດັບເນື່ອງຈາກມີດອກທີ່ສວຍງາມ.
- ກິ່ງ ແລະ ລໍາຕົ້ນ ນໍາໄປເຜົາເຮັດເປັນນໍາດ່າງໃຊ້ໃນການຍ້ອນຄາມຂອງໄໝ ແລະ ຝ້າຍ.
ສັບພະຄຸນ:
- ເໝືອດມີສັບພະຄຸນເປັນສະໝຸນໄພໃຊ້ບໍາລຸງເລືອດ, ບໍາລຸງນໍ້ານົມ ເມື່ອນໍາໄປປະສົມກັບເໝືອດໂລດໃຊ້ປຸງເປັນຢາແກ້ໄຂ້ປ່າ.
- ຮາກ ຫຼື ລໍາຕົ້ນສາມາດນໍາມາຕົ້ມເປັນຢາດື່ມແກ້ພະຍາດກະເພາະ.
- ນໍ້າຍາງຈາກລໍາຕົ້ນນໍາມາໃຊ້ທາສົ້ນຕີນເພື່ອຫຼຸດຮອຍແຕກ.