ຕົ້ນມູກເຕ້ຍ

Use
Medicine
Ornamental
Scientific Name / Family
Holarrhena curtisii King & Gamble / Apocynaceae
Synonyms
Holarrhena angustata Pierre
Holarrhena crassifolia Pierre
Holarrhena crassifolia var. montana Pierre ex Spire
Holarrhena densiflora Ridl.
Holarrhena latifolia Ridl.
Holarrhena pulcherrima Ridl.
Holarrhena similis Craib
Other Names
Thai: ພຸດທຸ່ງ
Botanical Description

ຕົ້ນມູກເຕ້ຍຈັດເປັນພັນໄມ້ຟຸ່ມຂະໜາດນ້ອຍ, ລໍາຕົ້ນມີລັກສະນະຕັ້ງຊື່ ແລະ ມີຄວາມສູງ 1-2 ມ, ແຕກກິ່ງກ້ານຕໍ່າຕິດພື້ນດິນ, ລໍາຕົ້ນມີກິ່ງກ້ານບໍ່ຫຼາຍ, ລໍາຕົ້ນມີສີນໍ້າຕານດໍາ, ເມື່ອຫັກຕາມລໍາຕົ້ນກິ່ງກ້ານ ແລະ ໃບຈະມີຢາງສີຂາວຂຸ່ນອອກມາ. ໃບເປັນໃບດ່ຽວອອກລຽງກົງກັນຂ້າມສະລັບຕັ້ງສາກ, ປາຍໃບມົນ ຫຼື ເປັນຕິ່ງໜາມ, ໃບກວ້າງ 2.5-5 ຊມ ແລະ ຍາວ 7-12 ຊມ, ແຜ່ນໃບໜາຄ້າຍຄືໜັງ ຫຼັງໃບດ້ານເທິງມີສີຂຽວເຂັ້ມທ້ອງໃບດ້ານລຸ່ມມີສີຂາວນວນກວ່າດ້ານເທິງ. ອອກດອກເປັນຊໍ່ແຍກຂະແໜງຕາມງ່າມໃບ ແລະ ປາຍກິ່ງ, ດອກຍ່ອຍມີຈໍານວນຫຼາຍ, ກີບດອກໜາເປັນສີຂາວ, ມີກິ່ນຫອມ, ກີບດອກມີ 5 ກີບເຊື່ອມຕິດກັນເປັນຫຼອດ ກີບມີລັກສະນະເປັນຮູບໄຂ່ກັບຫາຮູບວີ, ປາຍກົມມີຂົນທັງສອງດ້ານ, ສ່ວນກາບດອກມີ 5 ກີບ ລັກສະນະກາບດອກເປັນຮູບແຖບ. ອອກໝາກເປັນຝັກຄູ່, ລັກສະນະກົມຍາວຄ້າຍຄືດາບ, ປາຍຝັກແຫຼມຊີ້ຂຶ້ນ, ຝັກມີຂະໜາດກວ້າງ 1.5-5 ຊມ ແລະ ຍາວ 7-30 ຊມ, ພໍຝັກແຫ້ງຈະແຕກອອກຕາມແລວດຽວ, ພາຍໃນຝັກມີແກ່ນສີນໍ້າຕານ.

Description of Use

ປະໂຫຍດ:
    - ໃຊ້ປູກເປັນໄມ້ປະດັບໄດ້ດີ.
ສັບພະຄຸນ:
    - ຕົ້ນ ແລະ ຮາກມີລົດຮ້ອນ ມີສັບພະຄຸນເປັນຢາຂັບລົມ, ຊ່ວຍກະຈາຍເລືອດລົມ.
    - ຮາກໃຊ້ປະສົມກັບອ້ອຍດໍາ ແລະ ເຂົ້າສານ (ເຂົ້າຈ້າວ) ນໍາມາແຊ່ກັບນໍ້າດື່ມແກ້ອາຈຽນ.
    - ເປືອກ ແລະ ຮາກມີສັບພະຄຸນເປັນຢາແກ້ອາການຖອກທ້ອງ.
    - ຕົ້ນ ແລະ ຮາກໃຊ້ເປັນຢາຂັບພະຍາດ.
    - ຮາກມູກນ້ອຍໃຊ້ປະສົມກັບຮາກຕິ້ວຂົນ ນໍາມາຕົ້ມກັບນໍ້າດື່ມເປັນຢາແກ້ຜິດສໍາແດງ.

Contribute