ຕົ້ນກອກກັນ / Wodier tree
APA 6th ed. ຕົ້ນກອກກັນ / Wodier tree. (2019, October 7). Retrieved from https://www.phakhaolao.la/kb/0000685
MLA 8th ed. ຕົ້ນກອກກັນ / Wodier tree. Pha Khao Lao, 7 October 2019, https://www.phakhaolao.la/kb/0000685.
Chicago 17th ed. Pha Khao Lao. 2019. "ຕົ້ນກອກກັນ / Wodier tree." Published October 7, 2019. https://www.phakhaolao.la/kb/0000685.
Dialium coromandelicum Houtt.
Lannea grandis Engl.
Lannea wodier (Roxb.) Adelb.
Lannea wodier (Roxb.) Parker
Odina pinnata Rottler
Odina wodier Roxb.
Rhus odina Buch.-Ham. ex Wall.
Eng: Wodier tree
ຕົ້ນກອກກັນຈັດເປັນພັນໄມ້ຢືນຕົ້ນຂະໜາດກາງຫາໃຫຍ່, ລໍາຕົ້ນຕັ້ງຊື່, ສູງ 12-15 ມ, ເປືອກຕົ້ນລຽບ ຫຼື ແຕກເປັນສະເກັດ, ສີເທົາອົມຂຽວ, ເປືອກໃນເປັນສີບົວອ່ອນ, ມີຢາງໜຽວໃສ. ໃບເປັນໃບປະສົມແບບຂົນນົກ, ປາຍຄີ່ອອກເປັນຊໍ່ຢູ່ປາຍກິ່ງລຽງວຽນສະລັບກັນ, ແກນກາງໃບປະສົມຍາວໄດ້ 12-28 ຊມ, ສ່ວນກ້ານໃບປະສົມຍາວ 6-8 ຊມ, ເປັນຮູບຄ້າຍຊົງກະບອກ, ມີໃບຍ່ອຍປະມານ 3-7 ຄູ່, ອອກລຽງກົງກັນຂ້າມ, ກ້ານໃບຍ່ອຍຂ້ອນຂ້າງສັ້ນ, ມັກມີສັນປີກແຄບໆດ້ານໃດດ້ານໜຶ່ງ. ອອກດອກເປັນຊໍ່ສີເຫຼືອງອ່ອນ ຊໍ່ດອກຄ້າຍຊໍ່ເຊິງລົດແຍກຂະແໜງ, ໂດຍຈະອອກຢູ່ປາຍກິ່ງກ່ອນອອກໃບ, ຊໍ່ດອກຫ້ອຍລົງມາຈາກກິ່ງທີ່ບໍ່ມີໃບ, ກີບດອກຫອມ, ດອກມີຂະໜາດນ້ອຍສີເຫຼືອງອ່ອນ ຫຼື ສີຂຽວອົມເຫຼືອງ ຂະໜາດ 0.3 ຊມ. ໝາກເປັນໝາກສົດແບບເນື້ອ, ເນື້ອໃນໝາກແຂງ, ໝາກມີລັກສະນະຄືຮູບຖົ່ວ, ຮູບສີ່ຫຼ່ຽມຄາງໝູ ຫຼື ຮູບຄ້າຍສີ່ຫຼ່ຽມມຸມສາກ, ກວ້າງ 0.6 ຊມ ແລະ ຍາວ 1 ຊມ, ໝາກເປັນສີຂຽວແຕ້ມດ້ວຍສີມ່ວງແດງ, ໝາກແກ່ເປັນສີມ່ວງອົມແດງ, ກ້ານໝາກສັ້ນ ຫຼື ເກືອບບໍ່ມີກ້ານ, ກາບດອກຕິດທົນ, ພາຍໃນມີແກ່ນຢູ່ 1 ແກ່ນ.
ປະໂຫຍດ:
- ຍອດອ່ອນມີລົດສາດສົ້ມ ແລະ ຝາດ ນິຍົມຮັບປະທານເປັນຜັກ.
- ຮາກເປັນກະເປາະໃຫຍ່ເກັບສະສົມນໍ້າ ນໍ້າໃນຮາກສາມາດນໍາມາດື່ມແກ້ອາການກະຫາຍນໍ້າໄດ້.
- ເນື້ອໄມ້ໃຊ້ເປັນແບບເທຄອນກີດ, ໃຊ້ໃນວຽກແກະສະລັກ, ໃຊ້ເຮັດພື້ນເຈ້ຍ, ເຄື່ອງເຮືອນ ແລະ ອື່ນໆ.
ສັບພະຄຸນ:
- ເປືອກຕົ້ນມີລົດຂົມໃຊ້ເປັນຢາທາດຊ່ວຍໃຫ້ຈະເລີນອາຫານ.
- ໃບຊ່ວຍແກ້ອາການເຈັບເສັ້ນປະສາດ.
- ນໍ້າທີ່ໄດ້ຈາກເປືອກສົດໆໃຊ້ເປັນຍາຢອດຕາຮັກສາອາການເຈັບຕາ, ຕາອັກເສບຮຸນແຮງ.
- ເປືອກຊ່ວຍແກ້ອາການທ້ອງອືດທ້ອງເຟີ້.
- ຮາກ ຫຼື ເປືອກຕົ້ນນໍາມາຕົ້ມກັບນໍ້າດື່ມເປັນຢາແກ້ທ້ອງເສຍ.
- ເປືອກ ແລະ ໃບ ໃຊ້ເປັນຢາແກ້ຜິວໜັງພຸພອງເນົ່າເປືອຍ.