ຕົ້ນຊ້າເຫຼົ້າໃຫຍ່ / Spinus kino tree

Use
Food
Medicine
Shelter
Scientific Name / Family
Bridelia retusa (L.) A.Juss / Phyllanthaceae
Synonyms
Andrachne doonkyboisca B.Heyne ex Wall.
Bridelia airy-shawii P.T.Li
Bridelia amoena Wall. ex Baill.
Bridelia cambodiana Gagnep.
Bridelia chineensis Thin
Bridelia cinerascens Gehrm.
Bridelia crenulata Roxb.
Bridelia fordii Hemsl.
Bridelia fruticosa Pers.
Bridelia hamiltoniana var. glabra Müll.Arg.
Bridelia pierrei Gagnep.
Bridelia retusa var. glabra Gehrm.
Bridelia retusa var. glauca Hook.f.
Bridelia retusa var. pubescens Gehrm.
Bridelia retusa var. roxburghiana Müll.Arg.
Bridelia retusa var. squamosa (Lam.) Müll.Arg.
Bridelia retusa var. stipulata Gehrm.
Bridelia roxburghiana (Müll.Arg.) Gehrm.
Bridelia spinosa (Roxb.) Willd.
Bridelia squamosa (Lam.) Gehrm.
Bridelia squamosa var. meeboldii Gehrm.
Clutia retusa L.
Clutia spinosa Roxb.
Clutia squamosa Lam.
Other Names
Thai: ຕົ້ນເຕັງໜາມ
Eng: Ketakala, Spinus kino tree
Conservation Status
Least Concern
Botanical Description

ຕົ້ນຊ້າເຫຼົ້າໃຫຍ່ຈັດເປັນໄມ້ຟຸ່ມ, ລໍາຕົ້ນຕັ້ງຊື່, ສູງໄດ້ເຖິງ 20 ມ, ເປືອກຕົ້ນອ່ອນເປັນສີເທົາອ່ອນ ຫຼື ສີນໍ້າຕານເທົາ, ຜິວລຽບ, ສ່ວນຕົ້ນແກ່ເປືອກຕົ້ນຈະປ່ຽນເປັນສີນໍ້າຕານແກ່, ແຕກເປັນຮ່ອງຍາວ ແລະ ມີໜາມຂະໜາດໃຫຍ່ຂຶ້ນບໍລິເວນລໍາຕົ້ນ. ໃບເປັນດ່ຽວ, ອອກລຽງສະຫຼັບກັນ, ລັກສະນະຂອງໃບເປັນຮູບຣີແກມຮູບຂອບຂະໜານ, ປາຍໃບແຫຼມ ຫຼື ມົນ, ສ່ວນຂອບໃບລຽບ ຫຼື ເປັນຄື່ນເລັກນ້ອຍ, ໃບກວ້າງ 4-9 ຊມ ແລະ ຍາວ 8-20 ຊມ, ໃບລຽງຕົວເປັນແນວລະນາບ, ຍອດອ່ອນມີຂົນສີເທົາ, ແຕ່ໃບແກ່ດ້ານເທິງກ້ຽງ, ສ່ວນດ້ານດ້ານເທິງມີຂົນ ຫຼື ລຽບກ້ຽງ, ເນື້ອໃບໜາ, ທ້ອງໃບມີຂົນນຸ່ມສີຂາວ, ໃບເມື່ອແກ່ຈະປ່ຽນເປັນສີນໍ້າຕານອອກບົວ. ອອກດອກເປັນຊໍ່ເຊິງລົດແຍກຂະແໜງຕາມງ່າມໃບ ແລະ ມັກອອກຢູ່ປາຍຍອດກິ່ງ, ຊໍ່ດອກມີລັກສະນະຍາວ, ຊໍ່ແໜ້ນ, ມີດອກຈໍານວນຫຼາຍປະມານ 8-15 ດອກ, ດອກມີຂະໜາດນ້ອຍ, ກີບດອກເປັນສີຂຽວອອກເຫຼືອງອາດຈະມີສີສົ້ມ ຫຼື ສີແດງປະປົນ. ໝາກເປັນໝາກສົດຊໍ່ານໍ້າ, ໝາກເປັນຮູບຊົງກົມ ຫຼື ຮູບໄຂ່, ແຂງ ແລະ ບໍ່ແຕກ, ມີຂະໜາດ 0.5-0.9 ຊມ, ໝາກອ່ອນຈະເປັນສີຂຽວ ເມື່ອສຸກແລ້ວຈະປ່ຽນເປັນສີດໍາ ຫຼື ສີຟ້າປົນມ່ວງ, ເນື້ອໃນໝາກບາງ, ເປັນໝາກທີ່ມີແກ່ນດຽວ, ແກ່ນຂ້ອນຂ້າງກົມ, ມີສີນໍ້າຕານ.

Description of Use

ປະໂຫຍດ: 
  -   ໝາກມີລົດຝາດສາມາດຮັບປະທານໄດ້.
  -   ໃບໃຊ້ເປັນອາຫານສໍາຫຼັບສັດ.
  -   ເປືອກຕົ້ນມີສານແທນນິນທີ່ໃຊ້ໃນທາງເພສັດຊະກໍາ ເພາະມີຄຸນສົມບັດເປັນສານຕໍ່ຕ້ານໄວຣັດ.
  -   ເນື້ອໄມ້ມີສີແດງຂຸ່ນ, ສາມາດນໍາໃຊ້ໃນວຽກກໍ່ສ້າງໄດ້ເຊັ່ນ: ເຮັດເສົາ, ລວມໄປເຖິງເຄື່ອງມືເຄື່ອງໃຊ້ທາງອຸດສາຫາກໍາ.
ສັບພະຄຸນ:
  -   ນໍ້າຕົ້ມຈາກເປືອກໃຊ້ກິນເປັນຢາສະລາຍນິ່ວໃນກະເພາະປັດສະວະ.
  -   ເປືອກຕົ້ນໃຊ້ເປັນຢາຄຸມກໍາເນິດສໍາຫຼັບແມ່ຍິງ.
  -   ຍາງຈາກເປືອກນໍາມາປະສົມກັບນໍ້າມັນງາໃຊ້ເປັນຢາທານວດແກ້ອາການເຈັບຂໍ້.

Contribute