ຕົ້ນດູກຫີນ / False Lime
APA 6th ed. ຕົ້ນດູກຫີນ / False Lime. (2019, August 5). Retrieved from https://www.phakhaolao.la/kb/0000648
MLA 8th ed. ຕົ້ນດູກຫີນ / False Lime. Pha Khao Lao, 5 August 2019, https://www.phakhaolao.la/kb/0000648.
Chicago 17th ed. Pha Khao Lao. 2019. "ຕົ້ນດູກຫີນ / False Lime." Published August 5, 2019. https://www.phakhaolao.la/kb/0000648.
Gelonium bifarium Roxb. ex Willd.
Gelonium fascuculatum Roxb.
Gelonium multiflorum A.Juss.
Gelonium obtusum Miq.
Gelonium oxyphyllum Miq.
Gelonium sumatranum S.Moore
Gelonium tenuifolium Ridl.
Suregada affinis (S.Moore) Croizat
Suregada bifaria (Roxb. ex Willd.) Baill.
Suregada dicocca Roxb. ex Pax
Suregada glabra Roxb.
Suregada multiflora var. lamellata Airy Shaw
Suregada multiflora var. verrucigera Airy Shaw
Suregada oxyphylla (Miq.) Kuntze
Suregada sumatrana (S.Moore) Croizat
Suregada tenuifolia (Ridl.) Croizat
Eng: False Lime, Limau Hantu, Merlimau, Buah Punai Mengantuk, Ruas-ruas
Chinese: 白树
ຕົ້ນດູກຫີນຈັດເປັນໄມ້ຢືນຕົ້ນຂະໜາດກາງ, ສູງ 7-13 ມ, ຕັ້ງຊື່ເປັນຊົງພຸ່ມ, ກິ່ງກ້ານອ່ອນ ແລະ ຫ້ອຍລົງ, ຢູ່ກິ່ງຈະມີຂົນຮູບດາວ, ເປືອກຕົ້ນເປັນສີນໍ້າຕານແກ່ ແລະ ແຕກເປັນຮ່ອງແບບຕື້ນໆຕາມຍາວ, ເນື້ອໄມ້ເປັນສີຂາວ. ໃບໜາແຂງ ແລະ ດົກທຶບ, ຈັບກົງກັນຂ້າມກັນເປັນຄູ່ໆ, ລັກສະນະຂອງໃບເປັນຮູບຫອກແກມຮູບຂອບຂະໜານ, ປາຍໃບແຫຼມ ຫຼື ມົນ, ກວ້າງ 3-8 ຊມ ແລະ ຍາວ 9-22 ຊມ, ເນື້ອໃບໜາໜຽວຄ້າຍແຜ່ນໜັງ, ດ້ານເທີງລຽບລື່ນເປັນມັນ, ສ່ວນດ້ານລຸ່ມລຽບ ແລະ ມີສີອ່ອນກວ່າ. ດອກມີກິ່ນຫອມສີຂຽວອົມເຫຼືອງອ່ອນ, ອອກດອກເປັນຊໍ່ສັ້ນໆຕາມງ່າມໃບ, ຂະໜາດ 0.8-1 ຊມ, ໃນຊໍ່ດອກຈະມີດອກຢູ່ປະມານ 5-10 ດອກ, ຢູ່ກົງກັນຂ້າມກັບໃບ. ໝາກກົມ, ຜິວໝາກກ້ຽງມີຂະໜາດປະມານ 2 ມມ, ໝາກອ່ອນເປັນສີຂຽວ, ເມື່ອສຸກແລ້ວຈະປ່ຽນເປັນສີເຫຼືອງອົມສົ້ມ, ແຕກຕາມພູ ມີພູ 3 ພູ ແລະ ມີກິ່ງນ້ອຍໆຢູ່ຍອດ, ພາຍໃນໝາກຈະມີແກ່ນຢູ່ປະມານ 3 ແກ່ນ. ແກ່ນເປັນສີນໍ້າຕານເຂັ້ມ ແລະ ມີເນື້ອບາງໆສີຂາວຫຸ້ມແກ່ນ.
ປະໂຫຍດ:
- ເນື້ອໄມ້ມີພິດເຮັດໃຫ້ເມົາ ໃຊ້ສໍາຫຼັບເປັນຢາເບື່ອ.
- ເນື້ອໄມ້ສາມາດນໍາມາໃຊ້ເຮັດເຄື່ອງມືໃຊ້ສອຍ ຫຼື ນໍາມາໃຊ້ເຮັດເຄື່ອງຈັກສານ.
- ຕົ້ນດູກຫີນມີລັກສະນະເປັນຟຸ່ມສວຍງາມ, ໃບເປັນມັນ, ໝາກສຸກມີສີສັນສະດຸດຕາ ແລະ ດອກຍັງມີກິ່ນຫອມ ສາມາດນໍາມາໃຊ້ປູກເປັນໄມ້ປະດັບສວນໄດ້.
ສັບພະຄຸນ:
- ເປືອກຕົ້ນມີລົດເມົາເບື່ອໃຊ້ເປັນຢາບໍາລຸງເຫືອກ, ໃຊ້ຮັກສາເຫືອກອັກເສບ ເຮັດໃຫ້ເຫືອກ ແລະ ແຂ້ວແຂງແຮງ.
- ເນື້ອໄມ້ ແລະ ເປືອກຕົ້ນ ຊ່ວຍແກ້ລົມເປັນພິດໄດ້.
- ລໍາຕົ້ນໃຊ້ຕົ້ມກັບນໍ້າອາບສໍາຫຼັບແມ່ຍິງຢູ່ໄຟ.
- ຮາກມີລົດເມົາຮ້ອນຊ່ວຍແກ້ລົມ.