ຕົ້ນແຄນຂະຍອມ / White Meranti

Use
Food
Medicine
Ornamental
Shelter
Scientific Name / Family
Shorea roxburghii G.Don / Dipterocarpaceae
Synonyms
Anthoshorea harmandii (Laness.) Pierre
Hopea floribunda Wall.
Shorea attopoensis Pierre
Shorea cochinchinensis Pierre
Shorea cochinchinensis var. saigonensis (Pierre) P.Guérin
Shorea floribunda Kurz
Shorea harmandii Pierre
Shorea saigonensis Pierre
Shorea talura Roxb.
Other Names
Thai: ພະຍອມ
Eng: Shorea, White meranti
Conservation Status
Vulnerable
Botanical Description

ເປັນໄມ້ຢືນຕົ້ນຂະໜາດໃຫຍ່ສູງປະມານ 15-20 ມ, ເສັ້ນຜ່າສູນກາງຂອງລໍາຕົ້ນອາດຍາວເຖິງ 300 ຊມ, ເປືອກຕົ້ນມີສີນໍ້າຕານ ຫຼື ສີເທົາເຂັ້ມ, ແຕກເປັນຮ່ອງຕາມລວງຍາວ ແລະ ເປັນສະເກັດໜາ, ສ່ວນເນື້ອໄມ້ມີສີເຫຼືອງເຖິງສີນໍ້າຕານ. ລັກສະນະຂອງໃບເປັນຮູບມົນຣີ, ຜິວໃບກ້ຽງເປັນມັນ, ປາຍໃບແຫຼມ ຂອບລຽບເປັນຄື່ນ, ໃບມີຄວາມຍາວປະມານ 12-18 ຊມ ແລະ ກວ້າງປະມານ 6-8 ຊມ. ດອກເປັນຊໍ່ໃຫຍ່ ອອກດອກຕາມຍອດຂອງຕົ້ນ, ດອກມີສີເຫຼືອງອ່ອນ ແລະ ມີກິ່ນຫອມ, ດອກມີກີບ 3 ກີບ, ກີບດອກຮຽບໂຄ້ງເລັກນ້ອຍຍາວປະມານ 4-6 ຊມ, ກົກກີບດອກຕິດກັບກ້ານດອກ, ມີລັກສະນະກົມ, ອອກດອກພ້ອມກັນເກືອບທັງຕົ້ນ. ໝາກແຫ້ງມີປີກແບບດ່ຽວ, ລັກສະນະຊົງໄຂ່ ແລະ ກະສວຍ, ຍາວປະມານ 2 ຊມ, ຊ່ອນຕົວຢູ່ໃນກະພຸ້ງ, ກົກປີກມີ 5 ປີກ, ປະກອບດ້ວຍຮູບຂອບຂະໜານ 3 ປີກ ຍາວປະມານ 8 ຊມ, ມີເສັ້ນຕາມຍາວຂອງປີກປະມານ 10 ເສັ້ນ ແລະ ປີກສັ້ນ 2 ປີກ, ໃນໝາກມີແກນໜື່ງແກ່ນ.

Description of Use

ປະໂຫຍດ:
  -  ດອກອ່ອນສາມາດຮັບປະທານໄດ້ ຫຼື ຈະນໍາມາລວກເປັນຜັກໄວ້ກັບແຈ່ວ, ໃຊ້ຂົວກັບໄຂ່.
  -  ໄມ້ແຄນຂະຍອມມີສີເຫຼືອງອ່ອນເຖິງນໍ້າຕານສາມາດນໍາມາໃຊ້ເຮັດກໍ່ສ້າງທົ່ວໄປໄດ້ເຊັ່ນ: ເສົາເຮືອນ, ຂື່, ພື້ນ.
  -  ສາມດປູກໄດ້ດີໃນບ່ອນແລ້ງ ຊື່ງອາດປູກໄວ້ເພື່ອຄວາມສວຍງາມໃຫ້ຮົ່ມຕາມບ້ານເຮືອນ.
  -  ເປືອກຕົ້ນສາມາດໃຊ້ຮັບປະທານກັບໃບພູແທນໝາກໄດ້.
ສັບພະຄຸນ:
  -  ດອກມີສັບພະຄຸນຊ່ວຍບໍາລຸງຫົວໃຈ.
  -  ດອກສາມາດໃຫ້ເຮັດຢາຫອມໄວ້ແກ້ລົມ.
  -  ເປືອກຕົ້ນມີສານທານີນຫຼາຍ ສາມາດໃຊ້ເປັນຢາຝາດສະມານແຜໃນລໍາໄສ້ໄດ້.
  -  ເປືອກຕົ້ນມີສັບພະຄຸນຊ່ວຍແກ້ອາການຖອກທ້ອງໄດ້.

Contribute