ຕົ້ນແຄນຂະຍອມ / White Meranti
APA 6th ed. ຕົ້ນແຄນຂະຍອມ / White Meranti. (2019, September 23). Retrieved from https://www.phakhaolao.la/kb/0000645
MLA 8th ed. ຕົ້ນແຄນຂະຍອມ / White Meranti. Pha Khao Lao, 23 September 2019, https://www.phakhaolao.la/kb/0000645.
Chicago 17th ed. Pha Khao Lao. 2019. "ຕົ້ນແຄນຂະຍອມ / White Meranti." Published September 23, 2019. https://www.phakhaolao.la/kb/0000645.
Hopea floribunda Wall.
Shorea attopoensis Pierre
Shorea cochinchinensis Pierre
Shorea cochinchinensis var. saigonensis (Pierre) P.Guérin
Shorea floribunda Kurz
Shorea harmandii Pierre
Shorea saigonensis Pierre
Shorea talura Roxb.
Eng: Shorea, White meranti
ເປັນໄມ້ຢືນຕົ້ນຂະໜາດໃຫຍ່ສູງປະມານ 15-20 ມ, ເສັ້ນຜ່າສູນກາງຂອງລໍາຕົ້ນອາດຍາວເຖິງ 300 ຊມ, ເປືອກຕົ້ນມີສີນໍ້າຕານ ຫຼື ສີເທົາເຂັ້ມ, ແຕກເປັນຮ່ອງຕາມລວງຍາວ ແລະ ເປັນສະເກັດໜາ, ສ່ວນເນື້ອໄມ້ມີສີເຫຼືອງເຖິງສີນໍ້າຕານ. ລັກສະນະຂອງໃບເປັນຮູບມົນຣີ, ຜິວໃບກ້ຽງເປັນມັນ, ປາຍໃບແຫຼມ ຂອບລຽບເປັນຄື່ນ, ໃບມີຄວາມຍາວປະມານ 12-18 ຊມ ແລະ ກວ້າງປະມານ 6-8 ຊມ. ດອກເປັນຊໍ່ໃຫຍ່ ອອກດອກຕາມຍອດຂອງຕົ້ນ, ດອກມີສີເຫຼືອງອ່ອນ ແລະ ມີກິ່ນຫອມ, ດອກມີກີບ 3 ກີບ, ກີບດອກຮຽບໂຄ້ງເລັກນ້ອຍຍາວປະມານ 4-6 ຊມ, ກົກກີບດອກຕິດກັບກ້ານດອກ, ມີລັກສະນະກົມ, ອອກດອກພ້ອມກັນເກືອບທັງຕົ້ນ. ໝາກແຫ້ງມີປີກແບບດ່ຽວ, ລັກສະນະຊົງໄຂ່ ແລະ ກະສວຍ, ຍາວປະມານ 2 ຊມ, ຊ່ອນຕົວຢູ່ໃນກະພຸ້ງ, ກົກປີກມີ 5 ປີກ, ປະກອບດ້ວຍຮູບຂອບຂະໜານ 3 ປີກ ຍາວປະມານ 8 ຊມ, ມີເສັ້ນຕາມຍາວຂອງປີກປະມານ 10 ເສັ້ນ ແລະ ປີກສັ້ນ 2 ປີກ, ໃນໝາກມີແກນໜື່ງແກ່ນ.
ປະໂຫຍດ:
- ດອກອ່ອນສາມາດຮັບປະທານໄດ້ ຫຼື ຈະນໍາມາລວກເປັນຜັກໄວ້ກັບແຈ່ວ, ໃຊ້ຂົວກັບໄຂ່.
- ໄມ້ແຄນຂະຍອມມີສີເຫຼືອງອ່ອນເຖິງນໍ້າຕານສາມາດນໍາມາໃຊ້ເຮັດກໍ່ສ້າງທົ່ວໄປໄດ້ເຊັ່ນ: ເສົາເຮືອນ, ຂື່, ພື້ນ.
- ສາມດປູກໄດ້ດີໃນບ່ອນແລ້ງ ຊື່ງອາດປູກໄວ້ເພື່ອຄວາມສວຍງາມໃຫ້ຮົ່ມຕາມບ້ານເຮືອນ.
- ເປືອກຕົ້ນສາມາດໃຊ້ຮັບປະທານກັບໃບພູແທນໝາກໄດ້.
ສັບພະຄຸນ:
- ດອກມີສັບພະຄຸນຊ່ວຍບໍາລຸງຫົວໃຈ.
- ດອກສາມາດໃຫ້ເຮັດຢາຫອມໄວ້ແກ້ລົມ.
- ເປືອກຕົ້ນມີສານທານີນຫຼາຍ ສາມາດໃຊ້ເປັນຢາຝາດສະມານແຜໃນລໍາໄສ້ໄດ້.
- ເປືອກຕົ້ນມີສັບພະຄຸນຊ່ວຍແກ້ອາການຖອກທ້ອງໄດ້.