ຕົ້ນນໍ້າເຕົ້າແລ້ງ / Corky debbar tree
APA 6th ed. ຕົ້ນນໍ້າເຕົ້າແລ້ງ / Corky debbar tree. (2019, August 8). Retrieved from https://www.phakhaolao.la/kb/0000644
MLA 8th ed. ຕົ້ນນໍ້າເຕົ້າແລ້ງ / Corky debbar tree. Pha Khao Lao, 8 August 2019, https://www.phakhaolao.la/kb/0000644.
Chicago 17th ed. Pha Khao Lao. 2019. "ຕົ້ນນໍ້າເຕົ້າແລ້ງ / Corky debbar tree." Published August 8, 2019. https://www.phakhaolao.la/kb/0000644.
Thai: ກຶງກ່ອມ
Eng: Corky debbar tree
ຕົ້ນນໍ້າເຕົ້າແລ້ງຈັດເປັນໄມ້ຟຸ່ມ, ສູງ 2-5 ມ, ແຕກກິ່ງຕໍ່າ, ເປືອກລໍາຕົ້ນເປັນສີນໍ້າຕານອ່ອນ ຫຼື ສີນໍ້າຕານເຂັ້ມ, ຕາມກິ່ງກ້ານມີຊ່ອງລະບາຍອາກາດເປັນຕຸ້ມສີຂາວ ຫຼື ສີເທົາອົມບົວຂະໜາດນ້ອຍ, ຂະຫຍາຍພັນດ້ວຍວິທີການເພາະກ້າຈາກແກ່ນ. ໃບດ່ຽວອອກລຽງສະຫຼັບ, ລັກສະນະຂອງໃບເປັນຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກແກມຮູບຂອບຂະໜານ, ປາຍໃບເປັນຕິ່ງແຫຼມສັ້ນໆ, ກວ້າງ 1.7-3.5 ຊມ ແລະ ຍາວ 5-10 ຊມ, ໃບລຽບກ້ຽງເປັນມັນທັ້ງສອງດ້ານ, ດ້ານລຸ່ມຈະເປັນສີຂຽວນວນ. ອອກດອກເປັນດອກດ່ຽວໂດຍຈະອອກຕາມກິ່ງ, ອອກກົງກັນຂ້າມ ຫຼື ໃກ້ກັບປາຍຍອດ, ດອກມີກິ່ນຫອມ, ເປັນສີເຫຼືອງຫ້ອຍລົງ, ກາບດອກມີ 3 ກີບ, ຮູບໄຂ່, ດ້ານນອກມີຂົນ, ສ່ວນກີບດອກນັ້ນເປັນສີເຫຼືອງ ຫຼື ສີເຫຼືອງອົມນໍ້າຕານ, ມີ 6 ກີບ, ກີບດອກຈະມີຂະໜາດໃຫຍ່ກວ່າກາບດອກ, ລຽງສະຫຼັບກັນ 2 ຊັ້ນ, ຊັ້ນລະ 3 ກີບ, ກີບດອກຊັ້ນນອກຈະມີ 3 ກີບ, ມີຂະໜາດນ້ອຍສັ້ນກວ່າກີບດອກຊັ້ນໃນ ແລະ ກີບດອກຊັ້ນໃນມີ 3 ກີບ. ໝາກເປັນກຸ່ມມີຈໍານວນຫຼາຍ, 25-35 ໝາກຍ່ອຍຕໍ່ກຸ່ມ, ມີຫຼາຍໝາກຢູ່ເທິງແກນຕຸ້ມກາງ, ກ້ານຊໍ່ຍາວ 2-4 ຊມ, ໝາກຍ່ອຍມີລັກສະນະເປັນຮູບກົມຮີ ຫຼື ກົມ, ໝາກເປັນໝາກສົດ ແລະ ມີເນື້ອ, ຜິວລຽບເປັນມັນ, ໝາກອ່ອນເປັນສີຂຽວ, ເມື່ອສຸກແລ້ວຈະປ່ຽນເປັນສີແດງເຂັ້ມຈົນເຖິງສີມ່ວງດໍາ, ໃນໝາກມີແກ່ນດຽວຕໍ່ໝາກ ຫຼື ບາງໝາກອາດມີ 2 ແກ່ນ.
ປະໂຫຍດ:
- ໃຊ້ປູກເປັນໄມ້ປະດັບໃຫ້ຮົ່ມເງົາທົ່ວໄປ.
- ຍອດອ່ອນ, ໝາກອ່ອນ ໃຊ້ຮັບປະທານເປັນຜັກສົດ ຫຼື ນໍາໄປຕົ້ມຮັບປະທານຮ່ວມກັບແຈ່ວ.
- ໝາກສຸກຮັບປະທານໄດ້, ສັດປ່າມັກກິນຫຼາຍ.
ສັບພະຄຸນ:
- ຮາກ ແລະ ເນື້ອໄມ້ໃຊ້ເປັນຢາແກ້ໄຂ້, ແກ້ຮ້ອນໃນກະຫາຍນໍ້າ.
- ຮາກ ແລະ ເນື້ອໄມ້ໃຊ້ເປັນຢາຂັບພິດ, ຂັບພິດພາຍໃນ, ແກ້ນໍ້າເຫຼືອງ.
- ໃບ ແລະ ກິ່ງມີສານ suberosol ທີ່ມີລິດຕ້ານພະຍາດເອດ (HIV) ໃນຫຼອດທົດລອງ.